ຂ່າວສານ

ໄຂກອງປະຊຸມສຸດຍອດລັດຖະບານທົ່ວໂລກຄັ້ງທີ 7

ກອງປະຊຸມສຸດຍອດລັດຖະບານທົ່ວໂລກປີ 2019 ຄັ້ງທີ 7 ໄດ້ໄຂຂຶ້ນໃນວັນທີ 10 ກຸມພາ ຢູ່ນະຄອນຫລວງ Dubai ຂອງ ສະຫະລັດອາຣັບເອມີເລັດ (UAE) ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 4.000 ຄົນທີ່ມາຈາກ 140 ປະເທດໃນໂລກ.

ໄຂກອງປະຊຸມສຸດຍອດລັດຖະບານທົ່ວໂລກຄັ້ງທີ 7 (ພາບ: arabianbusiness.com)

ກອງປະຊຸມໄດ້ດຳເນີນແຕ່ວັນທີ 10 – 12 ກຸມພາ ເພືຶ່ອແນໃສ່ປຶກສາຫາລືບັນດາວິທີການກຳນົດທິດໃນອະນາຄົດຂອງບັນດາລັດຖະບານ.

        ທ່ານນາຍົກລັດຖະມົນຕີ ສະຫະລັດອາຣັບເອມີເລັດ Mohammed bin Rashid Al Maktoum ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດລັດຖະບານທົ່ວໂລກປີນີ້ ຈະສຸມໃສ່ດ້ານມະນຸດດ້ວຍຈຸດໝາຍຄາດຄະເນອະນາຄົດຂອງບັນດາຂົງເຂດແຕກຕ່າງກັນ ແນໃສ່ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ກອງປະຊຸມກໍ່ຈະສຸມຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມ ແນໃສ່ປັບປຸງຄວາມວັດທະນາຖາວອນຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)


top