• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄງການໜູນຊ່ວຍຄົນພິການຕາຫວຽດນາມ ປີ 2019

ລາຍການສິດສອນຂອງສູນ SILOAM  ຈະດໍາເນີນແຕ່ວັນທີ 7 ຫາ 18 ຕຸລາ ຈຶ່ງອັດລົງ. 

ປີ 2019 ແມ່ນປີທີ 2 ໂດຍ ສະມາຄົມຄົນຕາບອດຫວຽດນາມ ແລະ ສູນ  SILOAM  ທີ່ສະຫງວນໃຫ້ແກ່ຄົນຕາບອດ ສ.ເກົາຫຼີີ ໄດ້ດໍາເນີນບັນດາການເຄື່ອນໄຫວຮ່ວມມື ເພື່ອແນໃສ່ຊ່ວຍຄົນພິການຕາຫວຽດນາມ ມີໂອກາດໄດ້ເຂົ້າເຖິງບັນດາພື້ນຖານການສຶກສາທີ່ດີ, ມີວຽກເຮັດງານທໍາຖາວອນ 

ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໂຄງການໜູນຊ່ວຍຄົນພິການຕາ ຫວຽດນາມ ປີ 2019 ລະຫວ່າງສະມາຄົມ ຄົນຕາບອດຫວຽດນາມ ແລະ ສູນ SILOAM  ທີ່ສະຫງວນໃຫ້ຄົນຕາບອດ ສ.ເກົາຫຼີ ຖືກດໍາເນີນໃນຕອນເຊົ້າວັນທີ 7 ຕຸລາ. ຕາມນັ້ນແລ້ວ, ສູນ  SILOAM  ຈະຈັດສົ່ງຄູອາຈານມາສອນຢູ່ຊຸດຝຶກອົບຮົມຕ່າງໆຄື: ນວດ, ເຕັກນິກພິມໂຕໜັງສື Braile ສໍາລັບຄົນຕາບອດ, ຝຶກອົບຮົມກ່ຽວກັບການນໍາໃຊ້ບັນດາໂປແກຼມ ແລະ ອຸປະກອນເຕັກນິກ, ເຕັກໂນໂລຢີ. ແລະ ປີ 2019 ແມ່ນປີທີ 2 ໂດຍ ສະມາຄົມຄົນຕາບອດຫວຽດນາມ ແລະ ສູນ  SILOAM  ທີ່ສະຫງວນໃຫ້ແກ່ຄົນຕາບອດ ສ.ເກົາຫຼີີ ໄດ້ດໍາເນີນບັນດາການເຄື່ອນໄຫວຮ່ວມມື ເພື່ອແນໃສ່ຊ່ວຍຄົນພິການຕາຫວຽດນາມ ມີໂອກາດໄດ້ເຂົ້າເຖິງບັນດາພື້ນຖານການສຶກສາທີ່ດີ, ມີວຽກເຮັດງານທໍາຖາວອນ ແລະ ໝັ້ນໃຈເຊື່ອມຕົວເຂົ້າກັບສັງຄົມ. ທ່ານນາງ ດິງຫວຽດແອັງ, ຮອງປະທານສະມາຄົມຄົນຕາບອດ ຫວຽດນາມ ໃຫ້ຮູ້ວ່າ:

        “ກ່ອນທີ່ຈະລົງນາມໃນໂຄງການຮ່ວມມືທີ 2 ນີ້, ພວກຂ້າພະເຈົ້າ ກໍໄດ້ສັງເກດ ຕີລາຄາບັນດາການເຄື່ອນໄຫວຂອງໂຄງການປີກາຍນີ້ຢ່າງຮອບຄອບຖີ່ຖ້ວນ. ໂຄງການປີກາຍນີ້ແມ່ນມີປະສິດທິຜົນ ໂດຍສະເພາະແມ່ນຊຸດຝຶກອົບຮົມກ່ຽວກັບການນວດ ໄດ້ສ້າງເງື່ອນໄຂໃຫ້ແກ່ຄົນພິການຕາຫວຽດນາມ ຮັບເອົາບັນດາເຕັກນິກໃໝ່ຂອງສ.ເກົາຫຼີ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າໄດ້ດີກວ່າ. ສໍາລັບການພິມຈໍາໜ່່າຍຕໍາລາຮຽນ ກໍໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ເດັກພິການຕາມີປື້ມຮຽນເພີ່ມເຕີມ ແລະຫຼຸດຜ່່ອນຄວາມທຸກຫຍຸ້ງຍາກ ແລະ ໄດ້ຮັບເອົາບັນດາຄວາມຮູ້ໄດ້ດີກວ່າເກົ່າ”.

 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top