• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ບໍ​ລິ​ເວນ, ດັບມອດໂລກລະບາດ ໂຄວິດ - 19 ຢູ່​ຫ໋າຍ​ເຢືອງ ແລະ ກວາງ​ນິງ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລະ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໄດ້ຈັດກອງປະຊຸມທາງອອນລາຍໂດຍດ່ວນ ກ່ຽວກັບ 2 ແຂວງກ໋ວາງນິງ ແລະ ຫ໋າຍເຢືອງ. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມເປັນປະທານກອງປະຊຸມ (ພາບ: ກະຊວງສາທາລະນະສຸກ ຫວຽດນາມ)

ວັນທີ 28 ມັງກອນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໃຫ້ຮູ້ວ່າ ຕອນຄ່ຳວັນທີ 27 ມັງກອນ, ຜົນກວດວິໄຈຫາເຊື້ອຢັງຢືນ ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 2 ຄົນໃນຊຸມຊົນ (ຄົນໜຶ່ງຢູ່ຫາຍເຢືອງ ແລະ ຄົນໜຶ່ງຢູ່ ກ໋ວາງນິງ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລະ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໄດ້ຈັດກອງປະຊຸມທາງອອນລາຍໂດຍດ່ວນ ກ່ຽວກັບ 2 ແຂວງກ໋ວາງນິງ ແລະ ຫ໋າຍເຢືອງ. ທາງ 2 ແຂວງດັ່ງກ່າວໄດ້ເປັນເຈົ້າການໃນການປະຕິບັດ ບັນດາມາດຕະການ ຈຳກັດບໍລິເວນ, ດັບມອດໂລກລະບາດ ຢ່າງຂ້ຽວຂາດ.

ທີ່ກອງປະຊຸມ, ທ່ານ ຫງວຽນແທັງລອງ ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກ ສືບຕໍ່ຈັດສົ່ງນັກຊ່ຽວຊານວິໄຈຫາເຊື້ອຢູ່ໂຮງໝໍ ແບັກມາຍ, ສະຖາບັນ ອະນາໄມ ແລະ ກັນໂລກລະບາດ ສູນກາງ, ມະຫາວິທະຍາໄລແພດສາດສາທາລະນະ ແລະ ມະຫາວິທະຍາໄລແພດສາດຮ່າໂນ້ຍ ລົງ ແຂວງຫ໋າຍເຢືອງ ເພື່ອໜູນຊ່ວຍການວິໄຈຫາເຊື້ອໃນຕອນເຊົ້າວັນທີ 28 ມັງກອນ. ຄຽງຄູ່ກັນນັ້ນ, ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ ມະຫາວິທະຍາໄລເຕັກນິກແພດສາດ ຫ໋າຍເຢືອງ, ວິທະຍາໄລ ການຢາສູນກາງ - ຫ໋າຍເຢືອງ ຈັດສົ່ງພະນັກງານ ແລະ ນັກສຶກສາເຂົ້າຮ່ວມ ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃນບໍລິເວນແຂວງ.

ສ່ວນວຽກງານປິ່ນປົວ, ກະຊວງສາທາລະນະສຸກ ໄດ້ລະດົມ ໂຮງໝໍພະຍາດເຂດຮ້ອນສູນກາງ ຊ່ວຍແຂວງຫ໋າຍເຢືອງສ້າງຕັ້ງລະບົບປິ່ນປົວຢູ່ທ້ອງຖິ່ນທັນທີເພື່ອປະຕິບັດການປິ່ນປົວຢູ່ກັບທີ່. ດັ່ງນັ້ນໄລ່ຮອດເວລາ 6 ໂມງຂອງວັນທີ 28 ມັງກອນ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 1.553 ຄົນ, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top