• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ບໍ່ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນກຸ້ງສົ່ງອອກຂອງບໍລິສັດ ມິນຝູ ແມ່ນການຕັດສິນທີ່ພາວະວິໄສ ແລະ ຍຸຕິທຳ

      ອາເມລິກາ ຫາກໍອອກຂໍ້ຕົກລົງວ່າດ້ວຍການບໍ່ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນກຸ້ງສົ່ງອອກຂອງບໍລິສັດສິນໃນນ້ຳ ມິນຝູ ຂອງ ຫວຽດນາມ. ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ ນີ້ແມ່ນການຕັດສິນທີ່ມີລັກສະນະພາວະວິໄສ ແລະ ຍຸຕິທຳ.
ລະບົບປຸງແຕ່ງກຸ້ງ ຂອງ ບໍລິສັດ ມິນຝູ (ພາບ: TTXVN)
      ວັນທີ 11 ກຸມພາ ປີ 2021, ອົງການພາສີ ແລະ ຊາຍແດນ ອາເມລິກາ (CBP) ໄດ້ປະກາດຂໍ້ຕົກລົງກ່ຽວກັບເລື່ອງບໍ່ມີຫຼັກຖານເພື່ອຢັ້ງຢືນວ່າ ບໍລິສັດສິນໃນນ້ຳ ມິນຝູ ຫຼີກລ້ຽງພັນທະເສຍພາສີຕ້ານການຂາຍບຸບລາຄາ ເຊິ່ງ ອາເມລິກາ ໄດ້ຈັດວາງ ສຳລັບກຸ້ງຂອງ ອິນເດຍ. ອົງການພາສີ ແລະ ຊາຍແດນ ອາເມລິກາ ຈະພິຈາລະນາ, ດັດປັບມາດຕະການທີ່ໄດ້ປະກາດໃຊ້ໃນວັນທີ 13 ຕຸລາ ປີ 2020 ເພື່ອບໍ່ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນກຸ້ງສົ່ງອອກຂອງບໍລິສັດ ມິນຝູ.
        ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຊົມເຊີຍການຕັດສິນດັ່ງກ່າວ ແລະ ຖືວ່າ ຂໍ້ຕົກລົງດັ່ງກ່າວ ຈະຊ່ວຍສ້າງສະພາບແວດລ້ອມແກ້ງແຍ້ງທີ່ປອດໃສລະຫວ່າງບັນດາບໍລິສັດຜະລິດກຸ້ງ ອາເມລິກາ ແລະ ບັນດາບໍລິສັດສົ່ງອອກຂອງຕ່າງປະເທດ. ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສືບຕໍ່ແລກປ່ຽນກັບບັນດາອົງການກ່ຽວຂ້ອງຂອງ ອາເມລິກາ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງຂະແໜງປູກລ້ຽງ, ປຸງແຕ່ງ ແລະ ສົ່ງອອກກຸ້ງຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top