• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ກອງປະຊຸມປຶກສາຫາລືຜ່ານທາງອອນລາຍກ່ຽວກັບການສ້າງສີສັນຂອງ ອາຊຽນ

      ໃນວັນທີ 31 ສິງຫາ, ຄະນະເລຂາສະມາຄົມບັນດາປະເທດ ອາຊຽນ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານທາງອອນລາຍລະຫວ່າງຂະແໜງການ ແລະ ລະຫວ່າງເສົາຄ້ຳກ່ຽວກັບການສ້າງ “ລາຍການແນະນຳສີສັນ ອາຊຽນ”. 

ທ່ານ Dato Lim Jock ເລຂາທິການໃຫຍ່ ອາຊຽນ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Dato Lim Jock ເລຂາທິການໃຫຍ່ ອາຊຽນ ເນັ້ນໜັກວ່າ ເພື່ອໃຫ້ມີຄວາມດຶງດູດຢ່າງກວ້າງຂວາງກ່ວານັ້ນ, ອາຊຽນບໍ່ພຽງແຕ່ຕ້ອງຍົກສູງຄວາມຮູ້ກ່ຽວກັບອາຊຽນເທົ່ານັ້ນຫາກຍັງຊຸກຍູ້ຄວາມສະໜິດຕິດພັນຂອງ 660 ລ້ານຄົນໃນພາກພື້ນອີກດ້ວຍ. ໃນຂະນະນັ້ນ, ທ່ານ Kung Phoak ຮອງເລຂາທິການໃຫຍ່ ອາຊຽນ ກໍ່ຮຽກຮ້ອງໃຫ້ ບັນດາພາກສ່ວນຂອງຄະນະເລຂາສືບຕໍ່ເປັນເຈົ້າການໃນການແນະນຳສີສັນ ອາຊຽນ. ຕາມທ່ານແລ້ວ, ນີ້ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ. ອາຊຽນ ຈະມີຫຼາຍການປຶກສາຫາລື ແລະ ຄຳໝັ້ນສັນຍາກັບບັນດາພາກສ່ວນຂອງຄະນະເລຂາຕື່ມອີກແນໃສ່ກໍ່ສ້າງ ແລະ ເສີມຂະຫຍາຍສີສັນ ອາຊຽນ.
            ແນວຄວາມຄິດສ້າງ “ລາຍການແນະນຳສີສັນ ອາຊຽນ” ເປັນຄັ້ງທຳອິດໄດ້ເຕື້ອງເຖິງພາຍຫຼັງບັນດາທ່ານລັດຖະມົນຕີ ອາຊຽນ ຮັບຜິດຊອບດ້ານວັດທະນະທຳ ແລະ ສິລະປະຮັບຮອງເອົາ ຖະແຫຼງ Yogyakarta ກ່ຽວກັບການນຳໃຊ້ວັດທະນະທຳປ້ອງກັນເຫດແນໃສ່ເຮັດໃຫ້ສີສັນ ອາຊຽນ ໃນເດືອນ ຕຸລາ ປີ 2018ອຸດົມສົມບູນກ່ວາອີກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ເຂົ້າ​ເຖິງ​ຕາມ​ແຕ່​ລະ​ກໍ​ລະ​ນີ​ລະ​ອຽດ, ອາດ​ສາ​ມາດ​ເວົ້າ​ເຖິງ​ສະ​ພາບ​ການ​ປະ​ຫວັດ​ສາດ, ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຜືນ​ແຜ່ນ​ດິນ​ກໍ່​ຄື​ຜົນ​ປະ​ໂຫຍດ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ

Top