• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ປະ​ກາດ​ໃຊ້​ຊຸດມາດ​ຖານ​ກ່ຽວ​ກັບ​ ປ​າດ​ສະ​ປໍ​ວັກ​ຊິນ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ

ກະຊວງການຕ່າງປະເທດຫວຽດນາມ ໄດ້ສະໜອງຂໍ້ມູນຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງ ປາດສະປໍ ວັກຊິນ ແລະ ແຜນການເປີດປະຕູພື້ນຖານເສດຖະກິດ, ດຶງດູດແຂກທ່ອງທ່ຽວສາກົນໃນໄລຍະຈະມາເຖິງຂອງ ຫວຽດນາມ.
ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: ກະຊວງການຕ່າງປະເທດ) 

ໃນການຖະແຫຼງຂ່າວນັດສາມັນ ເຊິ່ງຖືກດຳເນີນໃນຕອນບ່າຍວັນທີ 7 ຕຸລາ ຕາມຮູບການທາງໄກ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດຫວຽດນາມ ໄດ້ສະໜອງຂໍ້ມູນຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງ ປາດສະປໍ ວັກຊິນ ແລະ ແຜນການເປີດປະຕູພື້ນຖານເສດຖະກິດ, ດຶງດູດແຂກທ່ອງທ່ຽວສາກົນໃນໄລຍະຈະມາເຖິງຂອງ ຫວຽດນາມ. ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ໜຶ່ງໃນບັນດາເນື້ອໃນສຳຄັນຂອງຊຸດມາດຖານກ່ຽວກັບ ປາດສະປໍວັກຊິນ ແມ່ນຊະນິດວັກຊິນທີ່ໄດ້ຮັບການຮັບຮອງ ເມື່ອແຂກທ່ອງທ່ຽວເຂົ້າເມືອງ ຫວຽດນາມ.

        “ຫວຽດນາມ ໄດ້ຮັບຮອງເອົາວັກຊິນຊະນິດຕ່າງໆ ເຊິ່ງ ອົງການ WHO, ສູນຄວບຄຸມໂລກລະບາດ ອາເມລິກາ, ອົງການຄຸ້ມຄອງການຢາເອີຣົບ ຫຼື ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ອະນຸຍາດໂດຍດ່ວນ. ໄປຄຽງຄູ່ກັນນັ້ນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກໍໄດ້ສົມທົບກັບອົງການກ່ຽວຂ້ອງ ຄົ້ນຄວ້າການສ້າງແຜນການທົດລອງການຕ້ອນຮັບແຂກທ່ອງທ່ຽວທີ່ໄດ້ຮັບການສັກວັກຊິນ ມາທ່ຽວຢູ່ ຫວຽດນາມ, ໃນຕໍ່ໜ້າແມ່ນຈະຜັນຂະຫຍາຍການທົດລອງຢູ່ ຝູກວັກ ໃນໄວໆນີ້”.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top