• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ລົງນາມເອກະສານການຮ່ວມມື 3 ສະບັບ ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ

      ວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຟຸ່ງຊວັນຫຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ  ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ໄດ້ລົງນາມໃນເອກະສານຮ່ວມມື 3 ສະບັບ ກ່ຽວກັບ ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ.

ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພະຍາດຂອງພິທີລົງນາມເອກະສານການຮ່ວມມື 3 ສະບັບ ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ
      ເອກະສານຮ່ວມມື 3 ສະບັບລວມມີ: ຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບ ແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະສິດທິຜົນ ການຮ່ວມມື ລະຫວ່າງ ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໄລຍະ 2021 - 2030”, ຂໍ້ຕົກລົງແຜນການຜັນຂະຫຍາຍແຜນຮ່າງ “ນຳເນື້ອໃນບັນດາຜະລິດຕະພັນ ໂຄງການປະຫວັດສາດແຫ່ງການພົວພັນແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ເຂົ້າໃນການສິດສອນຢູ່ບັນດາໂຮງຮຽນຂອງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ແລະ ແຜນການຮ່ວມມືປີ 2021 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາລາວ.
        ແຜນຮ່າງການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດ - ລາວ ໄລຍະ 2021 – 2030 ໄດ້ສະເໜີບັນດາມາດຕະການແກ້ໄຂຍຸດທະສາດ, ບັນດາໜ້າທີ່ຢ່າງລະອຽດເພື່ອສ້າງການຫັນປ່ຽນຢ່າງແຮງກ່ຽວກັບຄຸນນະພາບ ແລະ ມີປະສິດທິຜົນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ. ຄຽງຄູ່ກັບການສືບທອດບັນດາການເຄື່ອນໄຫວຍັງຄົງໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນຂອງໄລຍະກ່ອນ, ແຜນຮ່າງນີ້ຈະສຸມໃສ່ເຂົ້າໃນການຜັນຂະຫຍາຍບາງເນື້ອໃນໃໝ່ເພື່ອສ້າງບາດກ້າວບຸກທະລຸທາງດ້ານຄຸນນະພາບ ການບຳລຸງສ້າງ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດ - ລາວເລິກເຊິ່ງກ່ວາອີກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top