• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ກໍາປູເຈຍ ສືບຕໍ່ສົມທົບກັນປະຕິບັດຖະແຫຼງການຮ່ວມ, ສັນຍາ, ຂໍ້ຕົກລົງວ່າດ້ວຍການຮ່ວມມືສະບັບຕ່າງໆລະຫວ່າງສອງຝ່າຍໃຫ້ເປັນຢ່າງດີ

      ຕອນບ່າຍວັນທີ 09 ກໍລະກົດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານພັກປະຊາຊົນ  ກໍາປູເຈຍ (CPP), ນາຍົກລັດຖະມົນຕີ ກໍາປູເຈຍ Samdech Techo Hun Sen ໄດ້ມີການໂອ້ລົມທາງໂທລະສັບເພື່ອແລກປ່ຽນກ່ຽວກັບສະພາບການ ແລະ ການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)
      ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານພັກປະຊາຊົນ  ກໍາປູເຈຍ (CPP), ນາຍົກລັດຖະມົນຕີ ກໍາປູເຈຍ Samdech Techo Hun Sen ຕີລາຄາສູງກ່ຽວກັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໄດ້ຮັບການປັບປຸງ ແລະ ພັດທະນາທັງລວງເລິກ ແລະ ລວງກວ້າງໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ອັນໄດ້ນໍາມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ພ້ອມທັງຢັ້ງຢືນວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການເພີ່ມພູນຄູນສ້າງສາຍພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກໍາປູເຈຍ ນັບມື້ນັບພັດທະນາ. ສອງຝ່າຍເຫັນດີສືບຕໍ່ປະຕິບັດບັນດາຖະແຫຼງການຮ່ວມ, ສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່່າຍໃຫ້ເປັນຢ່າງດີ; ຕັ້ງໜ້າກະກຽມຈັດຕັ້ງກອງປະຊຸມຄະນະກໍາມະການປະສົມຄັ້ງທີ 18, ກອງປະຊຸມຄັ້ງທີີ 11 ກ່່ຽວກັບການຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນລະຫວ່າງ ຫວຽດນາມ - ກໍາປູເຈຍ; ສືບຕໍ່ເຈລະຈາເພື່ອແກ້ໄຂບັນດາເຂດຊາຍແດນທີ່ຍັງເຫຼືອ ເຊິ່ງຍັງບໍ່ທັນປັກຫຼັກໝາຍຊາຍແດນ;  ກໍ່ສ້າງເສັ້ນຊາຍແດນລະຫວ່າງ ຫວຽດນາມ - ກໍາປູເຈຍ ໃຫ້ມີຄວາມສັນຕິພາບ, ສະຖຽນລະພາບ ແລະ ສືບຕໍ່ພັດທະນາ. 
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top