• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງເວທີປາໄສເສດຖະກິດໂລກ

      ນັບແຕ່ວັນທີ 11 -13 ກັນຍາ ຈະມາເຖິງ, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຈະໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ.
 ເຫດການແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກັບປະຊາຄົມບັນດາກຸ່ມບໍລິສັດແຖວໜ້າໃນໂລກ, ສ້າງເວທີປາໄສເພື່ອປຶກສາຫາລືບັນດາສິ່ງທ້າທາຍ ແລະ ກາລະໂອກາດຂອງພາກພື້ນ. ນີ້ຍັງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາການປະກອບສ່ວນລະອຽດທີ່ສຸດຂອງ ຫວຽດນາມ ດ້ວຍຖານະແມ່ນສະມາຊິກຕັ້ງໜ້າເປັນເຈົ້າການຂອງເວທີປາໄສເສດຖະກິດໂລກ. ບົດຂຽນຂອງນັກຂ່າວ ຟານຕູ່ງ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ 
      ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ (WEF) ໄດ້ເລີ່ມຈັດຕັ້ງແຕ່ປີ 1989, ກົງກັບໄລຍະເລີ່ມວິວັດການປ່ຽນແປງໃໝ່ຂອງເສດຖະກິດໂລກ. ນີ້ແມ່ນເວທີການເຈລະຈາທີ່ສຳຄັນຂອງການນຳລັດຖະບານ ຫວຽດນາມ ກັບບັນດາກຸ່ມບໍລິສັດແຖວໜ້າຂອງໂລກ, ເຊິ່ງຊ່ວຍໃຫ້ເປີດບັນດາແນວຄວາມຄິດກ່ຽວກັບການປະຕິຮູບເສດຖະກິດ, ພ້ອມທັງນຳມາໃຫ້ ຫວຽດນາມ ເຊິ່ງບັນດາກາລະໂອກາດໃນການລົງທຶນ ແລະ ພັດທະນາໃຫ້ແກ່ເສດຖະກິດພາຍໃນປະເທດ.
ການຮ່ວມມືຂະຫຍັນຂັນເຄື່ອນ, ຕັ້ງໜ້າ
       ໃນຕະຫຼອດເກືອບ 3 ທົດສະວັດແຫ່ງການຮ່ວມມືນັ້ນ, ຍາມໃດ ຫວຽດນາມ ກໍ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ຕັ້ງໜ້າໃນການສະເໜີບັນດາແນວຄວາມຄິດໃໝ່, ຜັນຂະຫຍາຍບັນດາແຜນການຮ່ວມມືຢ່າງແທດຈິງ. ກ່ອນນີ້  2 ປີ, ຫວຽດນາມ ໄດ້ສະເໜີຂໍ້ລິເລີ່ມ ແລະ ຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບພາກພື້ນ ແມ່ນ້ຳຂອງ ແລະ ຈັດຕັ້ງເປັນຄັ້ງທຳອິດຢູ່ ຫວຽດນາມ ຢ່າງສຳເລັດຜົນ. ປີ 2010, ຫວຽດນາມ ໄດ້ຈັດຕັ້ງສຳເລັດກອງປະຊຸມເວທີປາໄສເສດຖະກິດໂລກພາກພື້ນ ອາຊີຕາເວັນອອກ ຢູ່ນະຄອນໂຮ່ຈີມິນ, ເຊິ່ງເປັນກອງປະຊຸມເວທີປາໄສເສດຖະກິດໂລກ ພາກພື້ນ ອາຊຽນ ໃນປະຈຸບັນ. ນີ້ພຽງແມ່ນສອງໃນຈຳນວນການປະກອບສ່ວນລະອຽດຫຼາຍຢ່າງຂອງ ຫວຽດນາມ ດ້ວຍຖານະແມ່ນສະມາຊິກຕັ້ງໜ້າ ເປັນເຈົ້າການຂອງເວທີປາໄສເສດຖະກິດໂລກ ໃນເມື່ອແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດໃນພາກພື້ນກັບປະຊາຄົມບັນດາກຸ່ມບໍລິສັດແຖວໜ້າຂອງໂລກ. ທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ, ຜູ້ເຄີຍມີເວລາຫຼາຍປີຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ, ໃຫ້ຮູ້ວ່າ:
        ຊຸກຍູ້ການຮ່ວມມືນີ້ແມ່ນມີຜົນປະໂຫຍດສຳລັບ ຫວຽດນາມ, ຕາມນັ້ນແລ້ວ, ກໍ່ຍາດແຍ່ງແຫຼ່ງກຳລັງສາກົນໃຫ້ແກ່ການພັດທະນາຂອງ ຫວຽດນາມ. ນີ້ແມ່ນທິດທາງຂອງ ຫວຽດນາມ, ຂອງການທູດເສດຖະກິດ ຫວຽດນາມ, ດຶງດູດບັນດາອົງການສາກົນເຂົ້າຮ່ວມສະໜັບສະໜູນ ຫວຽດນາມ. ທຸກໆຊ່ອງທາງການທູດນັ້ນຂອງ ຫວຽດນາມ ລ້ວນແຕ່ຮັບໃຊ້ໃຫ້ແກ່ພາລະກິດແຫ່ງການພັດທະນາປະເທດຊາດ. ບັນດາຂໍ້ລິເລີ່ມເຂົ້າຮ່ວມບັນດາອົງການທົ່ວໂລກຄືແນວນີ້ແມ່ນມີຄວາມໝາຍໃຫ້ແກ່ການພັດທະນາ ແລະ ໂຄສະນາພາບພົດຂອງປະເທດ ຫວຽດນາມ. ເພື່ອນມິດສາກົນເຂົ້າໃຈກ່ວາ, ຫວຽດນາມ ຈະຍາດແຍ່ງໄດ້ຫຼາຍແຫຼ່ງກຳລັງຈາກພາຍນອກໃຫ້ແກ່ການພັດທະນາຂອງປະເທດຊາດ.
        ປະເທດທຳອິດເປັນຄູ່ຮ່ວມມືພາກລັດ - ເອກະຊົນຂອງ WEF
       ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ ໄດ້ຫັນໄປເປັນໄລຍະໃໝ່ດ້ວຍເລື່ອງ 2 ຝ່າຍລົງນາມຂໍ້ຕົກລົງຄູ່ຮ່ວມມືພາກລັດ - ເອກະຊົນລະຫວ່າງ ຫວຽດນາມ ແລະ ເວທີປາໄສນີ້ໃນປີ 2017. ຂໍ້ຕົກລົງມຸ່ງໄປເຖິງຈຸດໝາຍພັດທະນາພື້ນຖານເສດຖະກິດ ຫວຽດນາມ ເຂັ້ມແຂງດ້ວຍຕົນເອງຕໍ່ໜ້າອະນາຄົດຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4. ດ້ວຍຂໍ້ຕົກລົງນີ້, ຫວຽດນາມ ໄດ້ກາຍເປັນປະເທດທຳອິດເຊິ່ງເວທີປາໄສໂລກລົງນາມຂໍ້ຕົກລົງຮ່ວມມືຕາມຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ ແລະ ຫວັງວ່າ ນີ້ແມ່ນ “ຮູບແບບ” ເພື່ອຜັນຂະຫຍາຍກັບປະເທດອື່ນໆອີກ. ບັນດາເນື້ອໃນຂອງຂໍ້ຕົກລົງນີ້ 2 ຝ່າຍພວມໄດ້ຜັນຂະຫຍາຍຢ່າງຕັ້ງໜ້າໃນ 6 ຂົງເຂດຄື: ເສດຖະກິດ ແລະ ຫັນເປັນດີຈີຕອນ, ການຄ້າ, ການລົງທຶນຜ່ານຊາຍແດນ ຫຼື ພື້ນຖານໂຄງລ່າງ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ, ເນັ້ນໜັກວ່າ:
ເລື່ອງລົງນາມໃນຂໍ້ຕົກລົງດັ່ງກ່າວໄດ້ຜັນຂະຫຍາຍຢ່າງລະອຽດໃນໄລຍະປີ 2017 – 2018. WEF ໄດ້ຜັນຂະຫຍາຍຊ່ວຍພວກເຮົາທັງ 6 ເສົາຄໍ້າໃນການຮ່ວມມື, ເພື່ອຊ່ວຍໃຫ້ຄໍາປຶກສາແກ່ພວກເຮົາໃນການວາງອອກບັນດານະໂຍບາຍທີ່ເໝາະສົມ, ຊົມໃຊ້ການປະຕິວັດອຸດສາຫະກໍາ 4.0. ອີກຈຸດໜຶ່ງ ແມ່ນ ໃນກອງປະຊຸມ WEF ທີ່ໄດ້ຈັດຂຶ້ນຫວ່າງມໍ່່ໆມານີ້ ລ້ວນແຕ່ມີການນໍາຂັ້ນສູງຂອງລັດຖະບານເຂົ້າຮ່ວມທີ່ບັນດາກອງປະຊຸມປະຈໍາປີ Davos ຫຼືບັນດາກອງປະຊຸມອື່ນໃນພາກພື້ນ. ພວກເຮົາໄດ້ມີການແລກປ່ຽນ, ແບ່ງປັນ, ຖອດຖອນບົດຮຽນພັດທະນາຂອງ ຫວຽດນາມ ໃນການປະຕິຮູບເສດຖະກິດ, ສັງຄົມ, ປ່ຽນແປງໃໝ່ຮູບແບບການເຕີບໂຕ. ບັນດາສິ່ງດັ່ງກ່າວ ແມ່ນເໝາະສົມກັບບັນດາຫົວຂໍ້ທີ່ແຕກຕ່າງກັນໃນ WEF, ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງ”.
        ກອງປະຊຸມ WEF ອາຊຽນ ປີ 2018 ຄາດວ່າຈະດໍາເນີນເກືອບ 60 ວາລະປຶກສາຫາລື, ເຊິ່ງແກ່ຍາວ, ແຕ່ວັນທີ 11 ກັນຍາ - 13 ກັນຍາ ຢູ່ຮ່າໂນ້ຍ. ກອງປະຊຸມແມ່ນເວທີປາໄສ ເພື່ອໃຫ້ບັນດາການນໍາ ແລະບັນດາວິສາຫະກິດແຖວໜ້າຂອງໂລກ ແລະ ພາກພື້ນໄດ້ແບ່ງປັນແນວຄວາມຄິດ, ນະໂຍບາຍ, ມາດຕະການ ກ່ຽວກັບການ starp up, ຍາດແຍ່ງກາລະໂອກາດກໍຄືຮ່ວມມືກັນແກ້ໄຂບັນດາບັນຫາການປະຕິວັດອຸດສາຫະກໍາ 4.0 ທີ່ໄດ້ວາງອອກໃຫ້ແກ່ບັນດາປະເທດອາຊຽນ ແລະພາກພື້ນ. ໂດຍການເປັນປະເທດເຈົ້າພາບ ແລະ ມີການກະກຽມ, ຈັດຕັ້ງ ກອງປະຊຸມ WEF ອາຊຽນ 2018 ໄດ້ເປັນຢ່າງດີນັ້ນ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍເປັນຄູ່ຮ່ວມມືທີ່ໄວ້ວາງໃຈ ແລະ ຕັ້ງໜ້າຂອງ WEF.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top