• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະແມັກຊີໂກ ແລກປ່ຽນບົດຮຽນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດ

ໃນລະຫວ່າງວັນທີ 18 – 21 ເມສາ, ຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດສູນກາງ ໂດຍທ່ານຮອງຫົວໜ້າຄະນະປະຈຳ ຟ້າມວັນລິງ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແມັກຊີໂກ ເພື່ອແລກປ່ຽນບົດຮຽນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດ.


ບັນຍາກາດຂອງການແລຫປ່ຽນບົດຮຽນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດລະຫວ່າງຫວຽດນາມ ແລະແມັກຊີໂກ

(ພາບ: TTXVN)

ການເຮັດວຽກກັບທ່ານ  Alejandro Ramos Esquivel ຜູ້ອຳນວຍການໃຫຍ່ສຳນັກຂ່າວສານແຫ່ງຊາດແມັກຊີໂກ ( Notimex), ທ່ານຟ້າມວັນລິງ ໄດ້ຕີລາຄາສູງບົດບາດຂອງ Notimex ໃນເລື່ອງໂຄສະນາຮູບພາບ, ນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມເຖິງປະຊາຊົນແມັກຊີໂກ ແລະພາກພື້ນອາເມລິກາລາຕີນ. ທ່ານຟ້າມວັນລິງ ຍົກສູງການຮ່ວມມືຢ່າງມີປະສິດທິຜົນຂອງ  Notimex ກັບສຳນັກຂ່າວສານຫວຽດນາມໃນຊຸມປີຜ່ານມາ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ.

        ທ່ານຮອງຫົວໜ້າຄະນະປະຈຳ ຟ້າມວັນລິງ ປາດຖະໜາວ່າ Notimex ຈະເປີດກວ້າງການພົວພັນກັບບັນດາອົງການສື່ມວນຊົນຂອງຫວຽດນາມເພື່ອເພີ່ມການໂຄສະນາກ່ຽວກັບສອງປະເທດໃນບັນດາຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທໍາ, ການທ່ອງທ່ຽວ ແລະ ສັງຄົມ ໃຫ້ດີກວ່າອີກ.  ສອງຝ່າຍຄວນຊຸກຍູ້ການພົບປະແລກປ່ຽນຄະນະສື່ມວນຊົນ ເພື່ອຍູ້ແຮງການໂຄສະນາກ່ຽວກັບປະເທດຊາດ ແລະ ປະຊາຊົນຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top