• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ

      ສະໄໝປະຊຸມທີ 4 ຄະນະກຳມະການປະສົມ ຫວຽດນາມ-ຍີ່ປຸ່ນ ກ່ຽວກັບການຮ່ວມມື ດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ ຫາກໍ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 7 ສິງຫາຕາມຮູບການອອນລາຍ ໂດຍມີການເປັນປະທານຮ່ວມຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕວັນແອງ ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Kajiyama Hiroshi.

ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕວັນແອງ ເປັນປະທານກອງປະຊຸມຢູ່ຮ່າໂນ້ຍ (ພາບ: TTXVN)
      ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະສັນ ກ່ຽວກັບການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ ຕ້ອງຕິດແທດກັບບັນດາເປົ້າໝາຍຂອງຖະແຫຼງການຮ່ວມ ຂອງບັນດາທ່ານລັດຖະມົນຕີກະຊວງເສດຖະກິດ ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ)-ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດ ຮັບມືກັບໂລກລະບາດໂຄວິດ-19 ແລະ ແຜນການດຳເນີນງານຟື້ນຟູເສດຖະກິດອາຊຽນ-ຍີ່ປຸ່ນ.
   ກ່ຽວກັບການຊຸກຍູ້ການຫັນປ່ຽນດີຈີຕອນ ແລະ ພັດທະນາອຸດສາຫະກຳຄັ້ງທີ 4, ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມລວມ ໃນການນຳໃຊ້ບັນດາເຕັກໂນໂລຊີເຕັກນິກດີຈີຕອນໃໝ່ ແລະ ເພີ່ມທະວີການເຂົ້າຮ່ວມຂອງບັນດາວິສາຫະກິດເລີ່ມດຳເນີນທຸລະກິດ.
   ໃນຂົງເຂດພະລັງງານ, ລັດຖະມົນຕີສອງທ່ານ ຢືນຢັນຄືນໃໝ່ຄວາມສຳຄັນຂອງລະບົບພະລັງງານມີຄວາມສາມາດຟື້ນຟູກັບແຫຼ່ງສະຫຼອງພະລັງານສະອາດ ແລະ ລາຄາເໝາະສົມ, ເປັນປົກກະຕິ ໃນການໜູນຊ່ວຍບັນດາການເຄື່ອນໄຫວເສດຖະກິດ ແລະ ວິທີການນຳໃຊ້ທຸກແຫຼ່ງພະລັງງານ, ເຕັກໂນໂລຊີ. ສອງຝ່າຍກໍ່ເຫັນດີເປັນເອກະສັນຈະເພີ່ມທະວີການຮ່ວມມືປະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top