• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ສາ​ກົນ​ໃຫ້​ຂ່າວ​ກ່ຽວ​ກັບເລື່ອງ ​ຫວຽດ​ນາມ ສາ​ມາດ​ປິ່ນ​ປົວ​ໃຫ້​ແກ່​ນັກ​ບິນ​ຊາວ​ອັງ​ກິດ​ຕິດ​ເຊື້ອ​ໂຄວິດ - 19 ຫາຍ​ດີ

ໜັງສືພິມ ເອເລັກໂຕນິກ 9News ຂອງ ອົດສະຕາລີ ໃນວັນທີ 12 ກໍລະກົດໃຫ້ຂ່າວວ່າ ນັກບິນຊາວອັງກິດ ມີອາຍຸ 42 ປີ ທີ່ເຮັດວຽກໃນບໍລິສັດການບິນແຫ່ງຊາດຫວຽດນາມ ແມ່ນຄົນເຈັບຕິດເຊື້ອໂຄວິດ - 19 ມີອາການຮຸນແຮງທີ່ສຸດຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ມີສຸຂະພາບປົກກະຕິ  ເພື່ອກັບເມືອ Scotland.

(ພາບປະກອບ: ກະຊວງສາທາລະນະສຸກ) 

ຕາມໜັງສືພິມດັ່ງກ່າວແລ້ວ, ນັກບິນຄົນດັ່ງກ່າວ ໄດ້ອອກຈາກຮ່າໂນ້ຍ ແລະ ໄປຮອດ ລອນດອນໃນຕອນເຊົ້າວັນທີ 12 ກໍລະກົດ (ຕາມເວລາທ້ອງຖິ່ນ) ແລະ ມາຮອດປັດຈຸບັນ, ຫວຽດນາມ ຍັງບໍ່ມີກໍລະນີໃດຖືກເສຍຊີວິດຍ້ອນຕິດເຊື້ອໂຄວິດ - 19.

ໃນຂະນະນັ້ນ, ເວັບໄຊ CBC.ca ຂອງການາດາ ເມື່ອວັນທີ 11 ກໍລະກົດ ໄດ້ລົງບົດຂຽນດ້ວຍຫົວຂໍ້ “ນັກບິນຊາວອັງກິດ ໄດ້ຮັບການປິ່ນປົວຫາຍດີ - ສັນຍາລັກແຫ່ງການຕ້ານໂຄວິດ - 19 ຢ່າງສຳເລັດຜົນຂອງຫວຽດນາມ ໄດ້ກັບຄືນເມືອປະເທດ”. ບົດຂຽນໃຫ້ຮູ້ວ່າ ອາການສຸຂະພາບທີ່ຮຸນແຮງທີ່ສຸດຂອງນັກບິນຊາວອັງກິດ ແລະ ບັນດາຄວາມມານະພະຍາຍາມປິ່ນປົວຂອງແພດໝໍຫວຽດນາມ ເພື່ອແນໃສ່ກອບກູ້ເອົາຊີວິດຂອງຄົນເຈັບນີ້ ໄດ້ກາຍເປັນສັນຍາລັກແຫ່ງການຕ້ານໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

Top