• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງ 70 ປີ ແຫ່ງວັນ​ມູນ​ເຊື້ອ​ຂອງກຳ​ລັງ​ຊາວ​ໜຸ່ມ​ຕະ​ລຸມບອນ

ເຫດການນີ້ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງກຳລັງຊາວໜຸ່ມຕະລຸມບອນທີ່ໄດ້ຕໍ່ສູ້ ແລະ ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ພິເສດ ແມ່ນເຊີດຊູບັນດາຄຸນງາມຄວາມດີ, ການປະກອບສ່ວນຂອງກຳລັງຊາວໜຸ່ມຕະລຸມບອນທີ່ໄດ້ຕໍ່ສູ້, ເສຍສະຫຼະຢູ່ສາມແຍກ ກໍ່ນ່ອຍ.

(ພາບເອກະສານ) 

 ຕອນຄ່ຳວັນທີ 11 ກໍລະກົດ, ຢູ່ອະນຸສາວະລີ ຊາວໜຸ່ມຕະລຸມບອນ ທີ່ເມືອງມາຍເຊີນ, ແຂວງເຊີນລາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນແຂວງເຊີນລາ ໄດ້ສົມທົບກັບສະມາຄົມອະດີດຊາວໜຸ່ມຕະລຸມບອນແຂວງ ຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອຂອງກໍາລັງຊາວໜຸ່ມຕະລຸມບອນຫວຽດນາມ (15/07/1950 – 15/07/2020). ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້, ຈູດທູບທຽນບູຊາອາໄລຫາບັນດານັກວິລະຊົນຊາວໜຸ່ມຕະລຸມບອນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ສາມແຍກ ກໍ່ນ່ອຍ. ເຫດການນີ້ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງກຳລັງຊາວໜຸ່ມຕະລຸມບອນທີ່ໄດ້ຕໍ່ສູ້ ແລະ ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ພິເສດ ແມ່ນເຊີດຊູບັນດາຄຸນງາມຄວາມດີ, ການປະກອບສ່ວນຂອງກຳລັງຊາວໜຸ່ມຕະລຸມບອນທີ່ໄດ້ຕໍ່ສູ້, ເສຍສະຫຼະຢູ່ສາມແຍກ ກໍ່ນ່ອຍ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top