• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ກ່ຽວກັບສະພາບການສັກວັກຊິນກັນໂຄວິດ - 19, ໃນວັນທີ 26 ກໍລະກົດ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ເກືອບ 110.000 ໂດສ, ອັນໄດ້ຍົກຍອດຈຳນວນວັກຊິນ ໄດ້ສັກໃຫ້ປະຊາຊົນຂຶ້ນເຖິງເກືອບ 4,74 ລ້ານໂດສ.
ພາບປະກອບ

ນັບແຕ່ເວລາ 18 ໂມງ 30 ນາທີຂອງວັນທີ 26 ກໍລະກົດ ຮອດເວລາ 6 ໂມງຂອງວັນທີ 27 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 2.764 ຄົນ, ໃນນັ້ນ, ຢູ່ນະຄອນໂຮ່ຈີມິນ ມີ 1.849 ຄົນ, ຮ່າໂນ້ຍ ມີ 4 ຄົນ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 109.111 ຄົນ, ໃນນັ້ນມີ 21.344 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ກ່ຽວກັບສະພາບການສັກວັກຊິນກັນໂຄວິດ - 19, ໃນວັນທີ 26 ກໍລະກົດ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ເກືອບ 110.000 ໂດສ, ອັນໄດ້ຍົກຍອດຈຳນວນວັກຊິນ ໄດ້ສັກໃຫ້ປະຊາຊົນຂຶ້ນເຖິງເກືອບ 4,74 ລ້ານໂດສ.

ສ່ວນຢູ່ໃນໂລກ, ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 11 ໂມງຂອງວັນທີ 27 ກໍລະກົດ (ຕາມເວລາ UTC), ທົ່ວໂລກ ຢັ້ງຢຶນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 195,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 4,2 ລ້ານຄົນ. ໃນໄລຍະເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 430.500 ຄົນ. ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top