• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ-19 ໃນ​​ຕອນ​ເຊົ້າວັນ​ທີ 1 ມັງ​ກອນ

ຕາມການສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ (ຕາມເວລາ UTC) ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 83.771.400 ຄົນ. ໃນນັ້ນ ມີ 1.824.387 ຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 59.307.628 ຄົນ.

(ພາບປະກອບ/TTXVN)

ປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດແມ່ນປະເທດ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 353.886 ຄົນ ໃນຍອດຈຳນວນ 20.429.667 ຄົນຕິດເຊື້ອໂຄວິດ-19. ຖັດມາແມ່ນ ອິນເດຍ, ບຣາຊີນ.
(ແຫຼ່ງຄັດຈາກ VOV)

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

ວັນ​ທີ 26 ພຶດ​ສະ​ພາ, ຢູ່​ສະ​ໂມ​ສອນ​ໃຫຍ່​ຂອງ​ອົງ​ການ​ອາ​ຫານ ແລະ ​ການກະ​ເສດ ແຫ່ງ ສ​ປ​ຊ (FAO) ຢູ່​ນະ​ຄອນຫຼວງ ຣົມ ຂອງ ອີ​ຕາ​ລີ, ໄດ້​ດຳ​ເນີນ​ເຫດ​ການ​ພິ​ເສດ​ໜຶ່ງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ລັດ​ຖະ​ບານ ແອັດ​ສະ​ປາຍ, ດ້ວຍ​ຫົວ​ຂໍ້ “ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນະ​ການ​ພາຍ​ໃຕ້​ກຳ​ລັງ​ກົດ​ດັນ: ຜົນ​ຕາມ​ມາ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ”.

Top