• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາເລືອກຕັ້ງແຫ່ງຊາດຂຶ້ນບັນດາວິທີການຈັດຕັ້ງກອງປະຊຸມເຈລະຈາ ໃຫ້ແກ່ບັນດາແຂວງພວມດຳເນີນການແຍກຫ່າງໃນສັງຄົມຍ້ອນໂລກລະບາດໂຄວິດ - 19

      ຕອນເຊົ້າວັນທີ 4 ກຸມພາ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເຈລະຈາຄັ້ງທີ 1 ໂດຍແນະນຳຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV, ອາຍຸການ 2021 – 2026. ກອງປະຊຸມໄດ້ປະຕິບັດຢູ່ຮ່າໂນ້ຍ ແລະ ຈຸດຖ່າຍທອດສົດ 5 ແຫ່ງຢູ່ບັນດາທ້ອງຖິ່ນ.
ກອງປະຊຸມເຈລະຈາ ຄັ້ງທຳອິດ (ພາບ: sggp.org.vn)
      ເລື່ອງຈັດຕັ້ງກອງປະຊຸມເຈລະຈາ, ແນະນຳຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແມ່ນຂັ້ນຕອນສຳຄັນໃນວິວັດທະນາການຈັດຕັ້ງການເລືອກຕັ້ງ. ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ:
            ຢູ່ກອງປະຊຸມປຶກສາຫາລື ປະຊາທິປະໄຕ, ເຂົ້າຮ່ວມປະກອບຄຳເຫັນທີ່ສຸມໃສ່ກ່ຽວກັບໂຄງປະກອບ, ພາກສ່ວນສະມາຊິກສະພາແຫ່ງຊາດຊຸດທີ XV ຢູ່ສູນກາງເພື່ອໃຫ້ຄະນະກຳມະການປະຈຳສະພາແຫ່ງຊາດມີພື້ນຖານຄົ້ນຄວ້າ, ຮັບຮູ້ ແລະ ພິຈາລະນາດັດປັບ. ທີ 2, ໂລກລະບາດໂຄວິດ - 19 ພວມແຜ່ລາມໃນວົງກວ້າງຢູ່ບາງທ້ອງຖິ່ນ, ກໍ່ຜົນສະທ້ອນໂດຍກົງຕໍ່ການຈັດຕັ້ງບັນດາກອງປະຊຸມເຈລະຈາ, ດັ່ງນັ້ນ ພວກຂ້າພະເຈົ້າໄດ້ມອບໝາຍໃຫ້ຫ້ອງວ່າການ ສະພາເລືອກຕັ້ງແຫ່ງຊາດ ຂຶ້ນບັນດາວິທີການຈັດຕັ້ງກອງປະຊຸມເຈລະຈາ ຄືແນວໃດ, ເລືອກຕັ້ງແນວໃດ ຢູ່ສະຖານທີ່ແຍກຕົວ. ດັງນັ້ນ, ສະເໜີໃຫ້ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແນະນຳວິຊາການຈັດຕັ້ງກອງປະຊຸມເຈລະຈາຢູ່ບັນດາທ້ອງຖິ່ນດັ່ງກ່າງ ຢ່າງທັນການ ເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນ ແຕ່ຍັງຮັກສາໄດ້ຄວາມຄືບໜ້າ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top