• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນທີ 15 ສິງຫາ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 9.580 ຄົນ

      ໃນເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອຢູ່ພາຍໃນປະເທດໄດ້ຫຼຸດລົງ 136 ກໍລະນີ ແລະ ຕອນບ່າຍວັນທີ 15 ສິງຫາ, ນະຄອນ ຮ່າໂນ້ຍ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃໝ່ຕື່ມອີກ.
(ພາບປະກອບ: VOV)
      ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງ ຂອງວັນທີ 14 ສິງຫາ ຫາເວລາ 18 ໂມງ 30 ນາທີ ຂອງວັນທີ 15 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມີອກ 9.580 ຄົນ, ໃນນັ້ນ ມີ 6 ຄົນ ເຂົ້າເມືອງ ຫວຽດນາມ ແລະ 9.574 ຄົນ ຢູ່ພາຍໃນປະເທດ. ສະເພາະນະຄອນ ໂຮ່ຈີມິນ ມີ 4.516 ຄົນ, ບິ່ງເຢືອງ 2.358 ຄົນ. ເປັນອັນວ່າ ໃນເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອຢູ່ພາຍໃນປະເທດໄດ້ຫຼຸດລົງ 136 ກໍລະນີ ແລະ ຕອນບ່າຍວັນທີ 15 ສິງຫາ, ນະຄອນ ຮ່າໂນ້ຍ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃໝ່ຕື່ມອີກ, ຈຳນວນຜູ້ຕິດເຊື້ອທັງໝົດພາຍໃນວັນ ແມ່ນ 25 ກໍລະນີ.
            ໃນວັນທີ 15 ສິງຫາ, ທົ່ວປະເທດມີ 5.519 ກໍລະນີໄດ້ຮັບການປິ່ນປົວຫາຍດີ. ໄລ່ມາຮອດຕອນຄ່ຳວັນທີ 15 ສິງຫາ, ຫວຽດນາມມີຜູ້ຕິດເຊື້ອ ສະສົມ 275.044 ກໍລະນີ. 
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top