• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຕີລາຄາສູງເລື່ອງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ

      ທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຂອງ ລາວ ໄດ້ຕີລາຄາວ່າ ຫວຽດນາມ ພວມດໍາລົງບົດບາດເປັນປະທານ ອາຊຽນ 2020 ໄດ້ເປັນຢ່າງດີ, ພິເສດແມ່ນໃນການນໍາພາ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກໂລກລະບາດໂຄວິດ - 19.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງພັນ ສະຫວັນເພັດ (ພາບ: TTXVN)
            ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງພັນ ສະຫວັນເພັດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ດ້ວຍຖານະເປັນປະທານ ອາຊຽນ ຫວຽດນາມໄດ້ພະຍາຍາມນໍາພາບັນດາປະເທດ ອາຊຽນ ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ ເຊິ່ງ ອາຊຽນ ຕ້ອງປະເຊີນໜ້າ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ - 19. ຫວຽດນາມ ໄດ້ຍົກອອກບັນດາຂໍ້ລິເລີ່ມທີ່ແຕກຕ່າງກັນກ່ຽວກັບຮູບແບບການເຊື່ອມຕໍ່ ເພື່ອຈັດຕັ້ງການພົບປະຄັ້ງຕ່າງໆ ນັບແຕ່ຜູ້ແທນຂັ້ນສູງ, ຂັ້ນລັດຖະມົນຕີ ຕະຫຼອດຮອດຂັ້ນວິຊາການ, ເພື່ອໃຫ້ບັນດາຝ່າຍພ້ອມກັນສະກັດກັ້ນ ແລະ ແກ້ໄຂຜົນກະທົບຈາກໂລກລະບາດ. ໃນໄລຍະຜ່ານມາ, ພາຍໃຕ້ການນໍາພາຂອງຫວຽດນາມ, ໂດຍບໍ່ຫົວຊາຕໍ່ສະພາບການສັບສົນຂອງໂລກລະບາດໂຄວິດ - 19, ກອງປະຊຸມຂັ້ນສູງຕ່າງໆຂອງ ອາຊຽນ, ອາຊຽນ + 3, ອາຊຽນ ກັບບັນດາປະເທດຄູ່ຮ່ວມມື... ຍັງດໍາເນີນໄປເປັນປົກກະຕິ. ບັນດາກອງປະຊຸມທັງໝົດເຫຼົ່ານັ້ນ ລ້ວນແຕ່ມີຈຸດປະສົງອັນດຽວກັນ ນັ້ນແມ່ນ ເພື່ອໃຫ້ບັນດາຝ່າຍພ້ອມກັນແລກປ່ຽນປະສົບການກ່ຽວກັບແບບວິທີສະກັດກັ້ນ ແລະ ແກ້ໄຂຜົນກະທົບຈາກໂລກລະບາດ. ອາຊຽນ ກໍໄດ້ສ້າງຕັ້ງກົນໄກແລກປ່ຽນ ແລະ ປຶກສາຫາລືເຊິ່ງກັນແລະກັນ ເພື່ອພ້ອມກັນຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາ ອາຊຽນ, ບັນດາລັດຖະມົນຕີ ອາຊຽນ, ກໍຄືໃນການຮ່ວມມືຂອງກຸ່ມ ກັບບັນດາປະເທດຄູ່ຮ່ວມມື.
        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຂອງ ລາວ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຫວຽດນາມ, ອາຊຽນ ຈະພ້ອມກັນມຸ່ງໄປເຖິງຜົນສໍາເລັດ ແລະ ລາວ ຍາມໃດກໍສະໜັບສະໜູນ ແລະ ໜູນຊ່ວຍ ເພື່ອໃຫ້ຫວຽດນາມ ປະຕິບັດສໍາເລັດບົດບາດເປັນປະທານ ອາຊຽນ.  
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top