• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ໄດ້ມີມາດຕະການແກ້ໄຂ ຄວາມຫຍຸ້ງຂອງປະເທດຊາດຢ່າງວ່ອງໄວທັນການ

ການສົມທົບຢ່າງມີປະສິດທິຜົນໃນວຽກງານລະຫວ່າງ ລັດຖະບານແລະ ແນວໂຮມປະເທດຊາດ ຫວຽດນາມ ໄດ້ປະກອບສ່ວນນຳປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ .
ກອງປະຊຸມຕີລາຄາການປະຕິບັດ ຂໍ້ກຳນົດກົດລະບຽບ ສົມທົບວຽກງານລະຫວ່າງລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ ປີ 2020 ແລະ ຫນ້າທີ່ຈຸດສຸມ ປີ 2021 (ພາບ: baochinhphu.vn)

ຕອນບ່າຍວັນທີ 11 ມີນາ ຢູ່ ສຳນັກງານລັດຖະບານ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີນແທງເໝີ໋ນ ເປັນປະທານຮ່ວມກອງປະຊຸມຕີລາຄາການປະຕິບັດ ຂໍ້ກຳນົດກົດລະບຽບ ສົມທົບວຽກງານລະຫວ່າງລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ ປີ 2020 ແລະ ຫນ້າທີ່ຈຸດສຸມ ປີ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ການສົມທົບຢ່າງມີປະສິດທິຜົນໃນວຽກງານລະຫວ່າງ ລັດຖະບານແລະ ແນວໂຮມປະເທດຊາດ ຫວຽດນາມ ໄດ້ປະກອບສ່ວນນຳປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ ບັນລຸບັນດາຜົນງານສຳຄັນໃນປີ 2020 ແລະ ຊຸມປີຜ່ານມາ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ: ປີ 2021 ແມ່ນປີທຳອິດຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ສະນັ້ນຫນ້າທີ່ຈຸດສຸມວາງອອກແມ່ນຫນັກຫນ່ວງທີ່ສຸດ. ສອງອົງການຄວນສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນໃນຫລາຍຫນ້າທີ່ລະອຽດ. ທ່ານນາຍົກລັດຖະມົນຕີ ສະເຫນີວ່າ:

“ກ່ອນອື່ນໝົດ ສືບຕໍ່ປ້ອງກັນ ຕ້ານໂລກລະບາດ ແລະ ປະຕິບັດ 5 ມາດຕະການປ້ອງກັນຢ່າງເຂັ້ມງວດ. ຂົນຂວາຍປະຊາຊົນປະຕິບັດຕາມທິດນີ້. ທີສອງ ສືບຕໍ່ສົມທົບກັນ ປັບປຸງ ເປີດກວ້າງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຄວາມເຫັນດີເຫັນພ້ອມໃນທົ່ວສັງຄົມ.”

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top