• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຸ່ງ​ໄປ​ເຖິງ​ຄວາມ​​ສາ​ມາດ​ລົງ​ນາມ​ໃນ​ສັນ​ຍາ RCEP ໃນ​ທ້າຍ​ປີ 2020

ວັນທີ 27 ສິງຫາ, ກອງປະຊຸມລັດຖະມົນຕີກະຊວງເສດຖະກິດ RCEP ຄັ້ງທີ 8 ຖືກຈັດຂຶ້ນຢູ່ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ, ເພື່ອແນໃສ່ປຶກສາຫາລື ແລະ ຊຸກຍູ້ການເຈລະຈາ RCEP, ມຸ່ງໄປເຖິງຄວາມສາມາດລົງນາມໃນສັນຍາດັ່ງກ່າວ ໃນທ້າຍປີ 2020 ຕາມການຊີ້ນຳຂອງບັນດາການນຳ RCEP.

ກອງປະຊຸມລັດຖະມົນຕີກະຊວງເສດຖະກິດ RCEP ຄັ້ງທີ 8 ຖືກຈັດຂຶ້ນຢູ່ຮ່າໂນ້ຍ 
 (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດານັກເຈລະຈາສັນຍາ RCEP ທີ່ບັນລຸໄດ້ນັບແຕ່ຕົ້ນປີມາຮອດປັດຈຸບັນ; ພ້ອມທັງເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ກໍ່ໃຫ້ເກີດວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດວິກິດການດ້ານເສດຖະກິດ - ສັງຄົມອີກດ້ວຍ, ສະນັ້ນ ເພື່ອສາມາດຍູ້ໄວລະດັບຟື້ນຟູເສດຖະກິດນັ້ນ ບໍ່ແມ່ນເລື່ອງງ່າຍດາຍ ຖ້າຫາກວ່າພວກເຮົາບໍ່ມີບັນດາການກະທຳທີ່ຂ້ຽວຂາດນັບແຕ່ນີ້ເປັນຕົ້ນໄປ.

ບັນດາລັດຖະມົນຕີກໍ່ຮັບຮູ້ຜົນກະທົບຫຍໍ້ທໍ້ຕ່າງໆຈາກໂລກລະບາດໂຄວິດ - 19 ທີ່ໄດ້ກໍ່ໃຫ້ເກີດສິ່ງທ້າທາຍຫຼາຍຢ່າງຕໍ່ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນໃນພາກພື້ນ.  ບັນດາສະມາຊິກເຂົ້າຮ່ວມສັນຍາ RCEP ຍັງຄົງຮັບປະກັນຕໍ່ເລື່ອງເປີດປະຕູຕະຫຼາດ, ພິເສດແມ່ນສຳລັບບັນດາປະເພດສິນຄ້າ ແລະ ການບໍລິການທີ່ຈຳເປັນ, ກໍຄືສືບຕໍ່ເພີ່ມທະວີການຮ່ວມມື ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ບັນດາລັດຖະມົນຕີກໍຢັ້ງຢືນເຖິງຄວາມມານະພະຍາຍາມ ແລະ ຄວາມຄືບໜ້າຂອງການເຈລະຈາສັນຍາ RCEP ຈົນຮອດຈຸດເວລານີ້  ເພື່ອສາມາດລົງນາມໃນກອງປະຊຸມຂັ້ນສູງ RCEP ຄັ້ງທີ 14 ເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top