• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ 23 ຄົນເສຍຊີວິດ ແລະ 18 ຄົນຫາຍສາບສູນ ຍ້ອນຝົນຕົກໜັກ, ນ້ຳຖ້ວມຢູ່ເຂດພາກກາງ

      ໄລ່ຮອດຕອນບ່າຍວັນທີ 12 ຕຸລາ, ຍ້ອນຖືກຜົນສະທ້ອນຈາກຝົນຕົກໜັກ ແລະ ນ້ຳຖ້ວມໃນຊຸມວັນຜ່ານມາ, ເຮັດໃຫ້ເຂດພາກກາງມີຜູ້ເສຍຊີວິດ 23 ຄົນ ແລະ ຜູ້ຫາຍສາບສູນ 18 ຄົນ. 

ສູນກາງ ສະຫະພັນ ຊາວໜຸ່ມຫວຽດນາມ ມອບເຄື່ອງບັນເທົ່າທຸກໃຫ້ແກ່ພໍ່ແມ່ປະຊາຊົນເມືອງ ແຂວງກວ໋າງຈິ
      ກອງບັນຊາການທະຫານເຂດ 4 ໄດ້ສຸມທຸກແຫຼ່ງກຳລັງ ແລະ ສົມທົບກັບບັນດາກຳລັງຢູ່ກັບທີ່ໃນທ້ອງຖິ່ນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. ຈັດຕັ້ງການກູ້ເອົາຊີວິດລູກເຮືອ ແລະ ຊາວປະມົງ 48 ຄົນທີ່ຕິດຄ້າງຢູ່ກ່ຳປັ່ນຕ່າງໆຢູ່ເຂດທະເລ ເກື໋ອຫວຽດ (ແຂວງກວ໋າງຈິ). ພ້ອມທັງໜູນຊ່ວຍຍົກຍ້າຍເກືອບ 74.000 ຄອບຄົວຢູ່ບັນດາເຂດນ້ຳຖ້ວມໄປຍັງບ່ອນປອດໄພ.
        ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 12 ຕຸລາ, ສູນກາງ ສະຫະພັນ ຊາວໜຸ່ມຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານຄະນະຊາວໜຸ່ມແຂວງກວ໋າງຈິ ໄດ້ມອບເຄື່ອງບັນເທົ່າທຸກໃຫ້ແກ່ພໍ່ແມ່ປະຊາຊົນເມືອງ ດາກຣົງ, ເມືອງ ເຮື໊ອງຮວ໊າ ຂອງແຂວງກວ໋າງຈິ ເຊິ່ງເປັນເຂດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.
(ແຫຼ່ງຄັດຈາກ VOV)
 

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top