• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງສາຍພົວພັນຮ່ວມມືລະຫວ່າງອົງການແນວໂຮມສອງປະເທດຫວຽດນາມ - ລາວ

ວັນທີ 27 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເໝີນ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ແນວລາວສ້າງຊາດໂດຍທ່ານນາງ ຍອດແກ້ວມານີ ສຸພານຸວົງ, ຮອງປະທານແນວລາວສ້າງຊາດ ນຳໜ້າ

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເໝີນ 
ຕ້ອນຮັບ ທ່ານນາງຍອດແກ້ວມານີ ສຸພານຸວົງ
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເໝີນ ຢັ້ງຢືນວ່າ ພັກ, ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ແລະປະຊາຊົນຫວຽດນາມຍາມໃດກໍຖືເປັນສຳຄັນ, ສະຫງວນຄວາມບຸລິມະສິດສູງສຸດໃຫ້ແກ່ວຽກງານການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ເພື່ອພ້ອມກັນປົກປັກຮັກສາ ແລະ ຖືສາຍພົວພັນດັ່ງກ່າວແມ່ນຊັບສົມບັດອັນລ້ຳຄ່າຕໍ່ພາລະກິດປະຕິວັດຂອງສອງປະເທດ ຫວຽດນາມ - ລາວ. ທ່ານ ເຈີນແທງເໝີນ ສະເໜີໃຫ້ ແນວລາວສ້າງຊາດ ຈົ່ງສະເໜີມາຍັງອໍານາດການປົກຄອງທ້ອງຖິ່ນຕ່າງໆ ໜູນຊ່ວຍການ ຊອກ, ຂຸດຄົ້ນ,  ທ້ອນໂຮມ ແລະ ສົ່ງອັດຖິຂອງບັນດາທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ລາວ ກັບຄືນເມືອປະເທດ; ສືບຕໍ່ສະເໜີໃຫ້ພັກ, ລັດຖະບານລາວເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ລາວ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top