• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດ​າ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອີ​ຢູ ແລະ ແງ່​ຫວັງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ໃນຕະຫຼອດໄລຍະ 30 ປີ ແຫ່ງການຮ່ວມມື ແລະ ພັດທະນາ, ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ໄດ້ມີບັນດາບາດກ້າວເດີນທີ່ຍາວໄກ, ບົນພື້ນຖານບັນດາວິໄສທັດຍຸດທະສາດເລິກເຊິ່ງ  ແນໃສ່ຍົກສູງທີ່ຕັ້ງບົດບາດຂອງການພົວພັນຄູ່ຮ່ວມມື ແລະ ການພົວພັນດັ່ງກ່າວ ໄດ້ຮັບການເພີ່ມພູນຄູນສ້າງດ້ວຍພື້ນຖານທີ່ໝັ້ນແກ່ນ, ເລິກເຊິ່ງ, ກວ້າງຂວາງ, ໝັ້ນໝາຍຈະນຳມາເຊິ່ງກຳລັງໜູນທີ່ແຜ່ກະຈາຍໃນປີ 2021 ແລະ ຊຸມປີຕໍ່ໆໄປ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ (ພາບ:TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) (28/11/1990 – 28/11/2020), ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ໄດ້ມີບົດຂຽນ ຕີລາຄາກ່ຽວກັບບັນດາບາດກ້າວພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ - ອີຢູ ດ້ວຍຫົວຂໍ້: “ບັນດາບາດກ້າວພັດທະນາຮອບດ້ານໃນການພົວພັນ ຫວຽດນາມ - ອີຢູ ແລະ ແງ່ຫວັງໃນໄລຍະຈະມາເຖິງ”.

ບົດຂຽນໄດ້ຢັ້ງຢືນວ່າ: ອີຢູ ພວມຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ, ຮອບດ້ານກັບ ອາຊຽນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີ ຫວຽດນາມ; ນັບມື້ນັບສະແດງຫຼັກໝັ້ນ, ທັດສະນະຢ່າງຈະແຈ້ງ ແລະ ແຮງກ້າໃນບັນຫາຮັບປະກັນຄວາມປອດໄພໃນການເດີນເຮືອ, ຄວາມເປັນລະບຽບຮຽບຮ້ອຍຂອງກົດໝາຍ, ຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ. ໃນຕະຫຼອດໄລຍະ 30 ປີ ແຫ່ງການຮ່ວມມື ແລະ ພັດທະນາ, ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ໄດ້ມີບັນດາບາດກ້າວເດີນທີ່ຍາວໄກ, ບົນພື້ນຖານບັນດາວິໄສທັດຍຸດທະສາດເລິກເຊິ່ງ  ແນໃສ່ຍົກສູງທີ່ຕັ້ງບົດບາດຂອງການພົວພັນຄູ່ຮ່ວມມື ແລະ ການພົວພັນດັ່ງກ່າວ ໄດ້ຮັບການເພີ່ມພູນຄູນສ້າງດ້ວຍພື້ນຖານທີ່ໝັ້ນແກ່ນ, ເລິກເຊິ່ງ, ກວ້າງຂວາງ, ໝັ້ນໝາຍຈະນຳມາເຊິ່ງກຳລັງໜູນທີ່ແຜ່ກະຈາຍໃນປີ 2021 ແລະ ຊຸມປີຕໍ່ໆໄປ.

(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top