• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ແທດ​ຈິງ ໃນ​ເດືອນ​​ກະ​ທຳ​ເພື່ອ​ເດັກ ປີ 2021

ພະແນກແຮງານ, ທະຫານເສຍອົງຄະ ແລະ ສັງຄົມ ຂອງແຕ່ລະແຂວງ ໄດ້ອັບເດດຈຳນວນ, ເຮັດບັນຊີລາຍຊື່ ແລະ ຄວາມຕ້ອງການຂອງເດັກຢູ່ເຂດປະຕິບັດການແຍກຫ່າງສັງຄົມ, ບັນດາຮາກຖານປະຕິບັດການແຍກຕົວລວມໝູ່ ເພື່ອໃຫ້ການໜູນຊ່ວຍດ້ານໂພສະນາການ, ເຄື່ອງໃຊ້ສອຍທີ່ຈຳເປັນ, ຢຸກຢາ ແລະ ບັນດາວັດຖຸອຸປະກອນການແພດ. 
(ພາບປະກອບ: chinhphu.vn)

ໂດຍຕອບສະໜອງເດືອນກະທຳ ເພື່ອເດັກ ປີ 2021 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກໃນໄລຍະເກີດໄພທຳມະຊາດ ແລະ ໂລກລະບາດ”, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຢູ່ 63 ແຂວງ, ນະຄອນ ສັງກົດສູນກາງ ໄດ້ເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ ເດັກ, ຮັບປະກັນຄວາມປອດໄພໃຫ້ແກ່ເດັກໃນໄລຍະເກີດໂລກລະບາດ. ຕາມນັ້ນແລ້ວ, ພະແນກແຮງານ, ທະຫານເສຍອົງຄະ ແລະ ສັງຄົມ ຂອງແຕ່ລະແຂວງ ໄດ້ອັບເດດຈຳນວນ, ເຮັດບັນຊີລາຍຊື່ ແລະ ຄວາມຕ້ອງການຂອງເດັກຢູ່ເຂດປະຕິບັດການແຍກຫ່າງສັງຄົມ, ບັນດາຮາກຖານປະຕິບັດການແຍກຕົວລວມໝູ່ ເພື່ອໃຫ້ການໜູນຊ່ວຍດ້ານໂພສະນາການ, ເຄື່ອງໃຊ້ສອຍທີ່ຈຳເປັນ, ຢຸກຢາ ແລະ ບັນດາວັດຖຸອຸປະກອນການແພດ. ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຕົກລົງໃຫ້ການໜູນຊ່ວຍຄ່າກິນສຳລັບເດັກໆທີ່ພວມປິ່ນປົວ ຫຼື ປະຕິບັດການແຍກຕົວຢູ່ຮາກຖານຕ່າງໆ ໃນໄລຍະເວລາແຕ່ວັນທີ 27 ເມສາ ຫາວັນທີ 31 ທັນວາ 2021.

        ໃນເດືອນກະທຳເພື່ອເດັກນີ້, ສະພາເຍົາວະຊົນສູນກາງ ກໍໄດ້ສົມທົບກັບບັນດາຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນ ໄປຢ້ຽມຢາມ, ມອບຂອງຂວັນ, ລະດົມກຳລັງໃຈ ແລະ ແບ່ງເບົ່າຄວາມຫຍຸ້ງຍາກກັບພວກຫຼານເຍົາວະຊົນ, ອະນຸຊົນ ທີ່ພວມປະຕິບັດການແຍກຕົວລວມໝູ່, ເດັກທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ລູກນ້ອງຂອງບັນດາກຳມະກອນ, ແພດໝໍ, ກຳລັງປະກອບອາວຸດ ທີ່ພວມປະຕິບັດໜ້າທີ່ຢູ່ແນວໜ້າຕ້ານໂລກລະບາດອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top