• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳສົ່ງຊາວ ຫວຽດນາມ ອາໄສຢູ່ ສ ອາເມລິກາ ກັບມາປະເທດ

ໃນລະຫວ່າງວັນທີ 15-16 ກໍລະກົດ 2020, ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ບັນດາອົງການຜູ້ຕ່າງໜ້າຂອງ ຫວຽດນາມ ທີ່ ສ ອາເມລິກາ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ  ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ສ ອາເມລິກາ ຈັດຕັ້ງບັນດາຖ້ຽວບິນເພື່ອນຳສົ່ງຊາວ ຫວຽດນາມ ອາໄສຢູ່ ສ ອາເມລິກາ ກັບມາປະເທດ ແຕ່ສະໜາມບິນ San Francisco. 

ຊາວ ຫວຽດນາມ ທີ່ສະໜາມບິນ San Francisco. ພາບ: VNA

ຕາມຂ່າວທີ່ໄດ້ຮັບຈາກບໍລິສັດການບິນແຫ່ງຊາດ ຫວຽດນາມ, ໃນເວລານຳສົ່ງຊາວ ຫວຽດນາມ ອາໄສຢູ່ ສ ອາເມລິກາ ກັບມາ ປະເທດ, ມີຜູ້ໂດຍສານຄົນໜຶ່ງເກີດປີ 1947 ຖືກລົ້ມ ແລະ ເສຍຊີວິດໃນເວລາໄປເຂົ້າຫ້ອງນຳ້. 

ໃນຕະຫຼອດເວລານຳສົ່ງຜູ້ໂດຍສານກັບມາປະເທດ, ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ປະຕິບັດບັນດາຂໍ້ກຳນົດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດ ໂຄວິດ-19 ຢ່າງເຄັ່ງຄັດ. ຫຼັງຈາກລົງຈອດສະໜາມບິນສາກົນ ເວີນດົ່ນ, ຜູ້ທີ່ເຂົ້າຮ່ວມໃນຖ້ຽວບິນດັ່ງກ່າວ ໄດ້ຮັບການກວດພະຍາດ ແລະ ແຍກອອກຫ່າງ ຖືກຕາມກຳນົດ. 

ປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີ ລັດຖະບານ, ບັນດາອົງການທີ່ກ່ຽວຂ້ອງຢູ່ພາຍໃນ ແລະ ບັນດາອົງການຜູ້ຕ່າງໜ້າ ຫວຽດນາມ ປະຈຳຕ່າງປະເທດ ພວມສືບຕໍ່ກໍ່ສ້າງແຜນການນຳສ່ົງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບມາປະເທດ, ຕອບສະໜອງໃຫ້ແກ່ຄວາມຮຽກຮຮ້ອງຕ້ອງການຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເໝາະສົມກັບຄວາມສາມາດແຍກອອກຫ່າງຢູ່ພາຍໃນ. 
ປະຕິບັດ: VNA/VNP

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top