• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຮ່າໂນ້ຍ

ກ່ອນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄປຢ້ຽມຢາມ, ອວຍພອນປີໃໝ່. (ພາບ: dangcongsan.vn)

ຕອນຄ່ຳວັນທີ 11 ກຸມພາ (ກົງກັບວັນທີ 30 ເດືອນ 12 ບຸນເຕັດປີສະຫຼູ ໄລ່ຕາມຈັນທະປະຕິທິນ), ກ່ອນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ, ຢູ່ສຳນັກງານຄະນະພັກນະຄອນຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ອວຍພອນອົງຄະນະພັກ, ທະຫານ ແລະ ປະຊາຊົນນະຄອນຮ່າໂນ້ຍ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ທີ່ໜ້າເອກອ້າງທະນົງໃຈໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ກ້າວເຂົ້າສູ່ປີໃໝ່, ປະເທດຊາດຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີຄວາມສະດວກຫຼາຍຢ່າງ ແຕ່ກໍ່ມີສິ່ງທ້າທາຍຫຼາຍ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງອະລິຍະທຳ ແລະ ສຸພາບຮຽບຮ້ອຍ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ສ້າງສານະຄອນຫຼວງໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ, ສົມກັບມູນເຊື້ອອັນສະຫງ່າລາສີ ແລະ ທີ່ຕັ້ງຍຸດທະສາດຂອງນະຄອນຫຼວງ.
(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top