
ຕອນເຊົ້າວັນທີ 13 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ສະມາຊິກສະພາແຫ່ງຊາດ ຄະນະນະຄອນເກີ່ນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກີ່ນເທີ ຕາມຮູບການທາງໄກ, ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV. ການພົບປະຜູ້ມີສິດເລືອກຕັ້ງດັ່ງກ່າວ ໄດ້ເຊື່ອມຕໍ່ຈາກສະຖານທີ່ເຊື່ອມຕໍ່ຫ້ອງວ່າການລັດຖະບານ ກັບ 74 ຕາແສງ, ເທດສະບານ, 9 ເມືອງ ແລະ ສຳນັກງານຄະນະພັກນະຄອນ ເກີ່ນເທີ.
ກ່າວຄໍາເຫັນຕໍ່ໜ້າຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ພັກ, ລັດ ໄດ້ ແລະ ພວມສຸມໃສ່ບັນຫາວັກຊິນຫຼາຍທີ່ສຸດ, ສູ້ຊົນຮອດທ້າຍໄຕມາດ IV ປີ 2021 ຈະສັກວັກຊິນໃຫ້ແກ່ທຸກເປົ້າໝາຍບຸລິມະສິດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໜ້າທີ່ສຳຄັນທີ່ສຸດໃນໄລຍະຈະມາເຖິງ ແມ່ນທັງຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ທັງຟື້ນຟູ, ພັດທະນາເສດຖະກິດ, ຮັບປະກັນການຊ່ວຍໜູນສັງຄົມ.ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດແຈ້ງແຜນນະໂຍບາຍ “ຮັບມືຢ່າງປອດໄພ, ຄວບຄຸມໂລກລະບາດຢ່າງຄ່ອງຕົວ, ມີໄຫວພິບ ແລະ ມີປະສິດທິຜົນ”. ຕາມນັ້ນແລ້ວ, ຊາບຊຶມ 6 ຫຼັກການ: ຖືສາທາລະນະສຸກເປັນເສົາຄ້ຳ, ເປັນໃຈກາງ; ເສດຖະກິດເປັນພື້ນຖານ; ຂໍ້ມູນທາງດ້ານວິທະຍາສາດ, ເຕັກໂນໂລຢີ ເປັນແກ່ນສານ; ສະຖຽນລະພາບທາງດ້ານການເມືອງ - ສັງຄົມເປັນປັດໄຈສຳຄັນຍິ່ງ; ວັກຊິນ, ຢາປິ່ນປົວພະຍາດ ແລະ ສະຕິຄວາມຮັບຮູ້ຂອງປະຊາຊົນເປັນເງື່ອນໄຂຕັດສິນຊີ້ຂາດ; ຮັບປະກັນຄວາມປອດໄພເພື່ອຜະລິດ ແລະ ການຜະລິດຕ້ອງປອດໄພ.
ຕອນບ່າຍຂອງວັນດຽວກັນ, ຈາກຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມີງຈິງ ໄດ້ເປັນປະທານກອງປະຊຸມສຳມະນາທາງໄກທີ່ພາດຫົວຂໍ້ “ ພັດທະນາທ້ອງຖິ່ນ: ຟື້ນຟູເສດຖະກິດ, ຮັບມືຢ່າງມີໄຫວພິບ, ປອດໄພຕໍ່ໂລກລະບາດໂຄວິດ-19, ແກ້ໄຂການຕັດຕອນໃນຂົງເຂດເສດຖະກິດ, ເພີີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ”
ກອງປະຊຸມສຳມະນາໂດຍສະພາທິດສະດີສູນກາງພັກ ສົມທົບກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຈັດຕັ້ງຂຶ້ນ ຊຶ່ງໄດ້ເຊື່ອມຕໍ່ລະຫວ່າງສະຖານທີ່ຮ່າໂນ້ຍກັບສະຖານທີ່ຖ່າຍທອດຂອງ 63 ຄະນະພັກແຂວງ ແລະ ນະຄອນໃນທົ່ວປະເທດ.
(ແຫຼ່ງຄັດຈາກ VOV)