• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມ​ເງິນ ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກຢູ່ ​ແຂວງ ອານ​ຢາງ

ຕອນເຊົ້າວັນທີ 30 ພະຈິກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານປ້ອງກັນຊາຍແດນ ອານຢາງ; ຢ້ຽມຢາມຮູບແບບລ້ຽງປາຈາ ດ້ວຍການໝູນໃຊ້ເຕັກໂນໂລຢີສູງທໍາອິດຢູ່ຫວຽດນາມ ຢູ່ເມືອງ ເຈົາຝູ; ຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ແຂວງ ອານຢາງ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຮັດວຽກກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ອານຢາງ (ພາບ: TTXVN)

ກ່າວຄໍາເຫັນທີ່ການເຮັດວຽກກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ອານຢາງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຮຽກຮ້ອງໃຫ້ກໍາລັງທະຫານປ້ອງກັນຊາຍແດນ ແຂວງ ອານຢາງ ຈ່ົງປະຕິບັດໜ້າທີ່ທາງການເມືອງທີ່ສໍາຄັນຄືຈັດຕັ້ງ, ຄຸ້ມຄອງ, ປົກປັກຮັກສາ ແລະ ສ້າງອະທິປະໄຕຜືນແດນດິນ, ເສັ້ນຊາຍແດນ ໃຫ້ເປັນຢ່າງດີ. ທ່ານນາງປະທານສະພາແຫ່ງຊາດກໍສະເໜີໃຫ້ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງອານຢາງ ຕໍ່ສູ້, ກໍາແໜ້ນສະພາບການຢູ່ເຂດຊາຍແດນ; ປະຕິບັດການຂີດເສັ້ນປັກຫຼັກໝາຍຊາຍແດນມີຄວາມຍາວ 30 ກິໂລແມັດທີ່ຍັງເຫຼືອກັບ ກໍາປູເຈຍໃຫ້ສໍາເລັດ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ໄປຢ້ຽມຢາມຮູບແບບລ້ຽງປາຈາ ດ້ວຍການໝູນໃຊ້ເຕັກໂນໂລຢີສູງຢູ່ ຕາແສງ ບິ່ງຝູ, ເມືອງ ເຈົາຝູ. ຫຼັງຈາກນັ້ນ, ຮອດຕອນບ່າຍຂອງວັນດຽວກັນ, ທ່ານນາງ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ແມ່ຫວຽດນາມວິລະຊົນ ຕະທິບ່າຍ, ຢູ່ນະຄອນ ເຈົາດົກ ແຂວງ ອານຢາງ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top