• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 245,7 ລ້ານຄົນ

      ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 28 ຕຸລາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 245,7 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 4,98 ລ້ານຄົນ.
ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ລັດເຊຍ (ພາບ: THX/TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 28 ຕຸລາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 245,7 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 4,98 ລ້ານຄົນ.
            ໃນຈຳນວນ 3 ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ນັ້ນ, ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 46,5 ລ້ານຄົນ, ອິນເດຍ ມີກວ່າ 34,2 ລ້ານຄົນ ແລະ ບຣາຊິນ ມີທັງໝົດກວ່າ 21,7 ລ້ານຄົນ. ກ່ຽວກັບຈຳນວນຜູ້ເສຍຊີວິດ, ອາເມລິກາ ຢັ້ງຢືນມີຜູ້ເສຍຊີວິດທັງໝົດກວ່າ 761.700 ຄົນ, ບຣາຊິນ ມີກວ່າ 606.700 ຄົນ ແລະ ອິນເດຍ ມີຜູ້ເສຍຊີວິດກວ່າ 456.000 ຄົນ.
            ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 27 ຕຸລາ ຫາເວລາ 17 ໂມງຂອງວັນທີ 28 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ຕື່ມອີກ 4.892 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 813.963 ຄົນ.
(ແຫຼ່ງຄັດຈາກ VOV)

ຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງຈັດແບ່ງຈຳນວນເງິນ 80 ຕື້ດົ່ງໜູນຊ່ວຍ 4 ແຂວງແກ້ໄຂຜົນເສຍຫາຍຈາກຝົນຕົກ, ນ້ຳຖ້ວມ

ຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງຈັດແບ່ງຈຳນວນເງິນ 80 ຕື້ດົ່ງໜູນຊ່ວຍ 4 ແຂວງແກ້ໄຂຜົນເສຍຫາຍຈາກຝົນຕົກ, ນ້ຳຖ້ວມ

ຮອດວັນທີ 22 ພະຈິກ, ຈຳນວນເງິນ ແລະ ວັດຖຸອຸປະກອນຈົດທະບຽນຊ່ວຍເຫຼືອຜ່ານຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງ - ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ບັນລຸກວ່າ 1.400 ຕື້ດົ່ງ.

Top