• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຈະສືບຕໍ່ເພີ່ມການກະທຳທີ່ກໍ່ໃຫ້ຂາດສະຖຽນລະພາບຢູ່ທະເລຕາເວັນອອກ

      ຈີນ ຈະສືບຕໍ່ເພີ່ມການກະທຳທີ່ກໍ່ໃຫ້ຂາດສະຖຽນລະພາບຢູ່ທະເລຕາເວັນອອກນັ້ນແມ່ນຂໍ້ສັງເກດຂອງທ່ານນາງ Bonnie Glaser, ຫົວໜ້າໂຄງການກຳລັງແຮງ ຈີນ, ສັງກັດສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ອາເມລິກາ (CSIS) ໄດ້ຍົກອອກມາໃນໄລຍະມໍ່ໆມານີ້ ທີ່ກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບຄວາມໝັ້ນຄົງຢູ່ເຂດທະເລຕາເວັນອອກ, ໂດຍສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງ.

ທ່ານນາງ Bonnie Glaser, ຫົວໜ້າໂຄງການກຳລັງແຮງ ຈີນ, ສັງກັດສູນຄົ້ນຄວ້າຍຸດທະສາດ
 ແລະ ສາກົນ ອາເມລິກາ (CSIS)
      ຕໍ່ໜ້າບັນດາການກະທຳເກາະຜິດຂອງ ຈີນ ຢູ່ທະເລຕາເວັນອອກ, ທ່ານນາງນັກຊ່ຽວຊານ Bonnie Glaser ຖືວ່າ: ອາເມລິກາ ຈະມີການໂຕ້ຕອບທີ່ເໝາະສົມ, ລວມມີບັນດາມາດຕະການພຽງລຳພັງຝ່າຍດຽວ ແລະ ຫລາຍຝ່າຍ. ທ່ານນາງ Bonnie Glaser ກ່າວວ່າ:
        “ບັນດາການກະທຳຂອງ ອາເມລິກາ ໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ຢາກຢັ້ງຢືນວ່າ ປະເທດນີ້ມີຄວາມເອົາໃຈໃສ່ທີ່ສຸດເຖິງການແກ້ໄຂບັນດາການຂັດແຍ້ງກັນ ໂດຍຜ່ານບັນດາມາດຕະການສັນຕິພາບ ຫາກບໍ່ແມ່ນຜ່ານການກະທຳແບບບັງຄັບ, ນາບຂູ່ ກໍ່ຄືເປັນການສົ່ງສັນຍານໃຫ້ ຈີນ ວ່າ ຈີນ ບໍ່ຄວນສືບຕໍ່ມີການກະທຳຄ້າຍຄືກັນອີກ.
        ພ້ອມກັນນັ້ນ, ຕາມນັກຊ່ຽວຊານ ອາເມລິກາ ແລ້ວ, ຈີນ ເຄີຍຕັ້ງໃຈອະທິບາຍບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຕາມທິດມີຜົນປະໂຫຍດໃຫ້ແກ່ຕົນເອງ ຜ່ານບັນດາເງື່ອນໄຂໂດຍ ຈີນ ໄດ້ຈັດວາງໄວ້.
 (ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top