• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສ​ປ​ປ.ລາວ ເປັນ​ຂີດໝາຍ​ໜ້າ​ປະ​ຫວັດ​ສາດໃໝ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພ​າບ​ອັນ​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ ສອງ​ປະ​ເທດ

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ການຢ້ຽມຢາມຄັ້ງນີ້ແມ່ນໂອກາດ ເພື່ອໃຫ້ການນຳສູງສຸດຂອງສອງພັກ, ສອງລັດ ພົບປະກັນໂດຍກົງ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດ ແລະ ແລກປ່ຽນບັນດາບັນຫາສຳຄັນ ໃນການພົວພັນສອງປະເທດ ໃນສະພາບການໃໝ່.
ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ VOV 

ໂດຍຕີລາຄາກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ  ທອງລຸນ ສີສຸລິດ ແລະ ພັນລະຍາ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍ ພັນລະຍາ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມ ພັນລະຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນສອງປະເທດ. ສິ່ງນີ້ອີກຄັ້ງໜຶ່ງສະແດງໃຫ້ເຫັນວ່າ ສອງປະເທດຍາມໃດກໍ່ຖືກັນຄື ສະຫາຍ, ອ້າຍນ້ອງທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ແມ່ນຄູ່ຮ່ວມມືສຳຄັນທີ່ສຸດໃນທຸກຂົງເຂດ.

        ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ການຢ້ຽມຢາມຄັ້ງນີ້ແມ່ນໂອກາດ ເພື່ອໃຫ້ການນຳສູງສຸດຂອງສອງພັກ, ສອງລັດ ພົບປະກັນໂດຍກົງ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດ ແລະ ແລກປ່ຽນບັນດາບັນຫາສຳຄັນ ໃນການພົວພັນສອງປະເທດ ໃນສະພາບການໃໝ່, ພິເສດແມ່ນສົມທົບກັນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງ ແຕ່ລະພັກ, ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ບັນດາມາດຕະການເພື່ອເພີ່ມທະວີ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຄື: ການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ວັດທະນະທຳ - ສັງຄົມ… ເຂົ້າສູ່ລວງເລິກ, ແທດຈິງກ່ວາ, ຮັບໃຊ້ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາ ປະເທດຊາດຂອງແຕ່ລະປະເທດໄດ້ດີກ່ວາອີກ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top