• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງຢູ່ ອາເມລິກາ: ບັນດາຜູ້ອອກສະໝັກເລືອກຕັ້ງກະກຽມແກ່ການໂຕ້ວາທີຄັ້ງທຳອິດ

      ການໂຕ້ວາທີຄັ້ງທຳອິດລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຂອງພັກສາທາລະນະ ແລະ ທ່ານ Joe Biden ຂອງພັກປະຊາທິປະໄຕ ຈະຖືກຈັດຂຶ້ນໃນວັນທີ 29 ກັນຍາ ຢູ່ລັດ Ohio ເຊິ່ງຈະດຳເນີນໃນເວລາ 90 ນາທີ. 

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ Joe Biden (ຕາມລຳດັບ) (ພາບ: AP)
      ການໂຕ້ວາທີຄັ້ງທຳອິດລະຫວ່າງ ຜູ້ອອກສະໝັກເລືອກຕັ້ງ 2 ທ່ານຄື: ທ່ານປະທານາທິບໍດີ ອາເມລິກາ Donald Trump ຂອງພັກສາທາລະນະ ແລະ ທ່ານ Joe Biden ຂອງພັກປະຊາທິປະໄຕ ຈະຖືກຈັດຂຶ້ນໃນວັນທີ 29 ກັນຍາ ຢູ່ລັດ Ohio ເຊິ່ງຈະດຳເນີນໃນເວລາ 90 ນາທີ. ຜູ້ອອກສະໝັກເລືອກຕັ້ງທັງສອງທ່ານ ລ້ວນແຕ່ມີການກະກຽມສ່ວນໃດສ່ວນໜຶ່ງ ເພື່ອມີການສະແດງທີ່ເປັນໜ້າຈັບໃຈທີ່ສຸດໃນສາຍຕາຂອງຜູ້ມີສິດເລືອກຕັ້ງ ອາເມລິກາ. ກ່ອນວັນດຳເນີນການເລືອກຕັ້ງທົ່ວປະເທດໃນວັນທີ 3 ພະຈິກ ຈະມາເຖິງ, ຜູ້ອອກສະໝັກເລືອກຕັ້ງເປັນປະທານາທິບໍດີທັງສອງທ່ານ ຈະມີການໂຕ້ວາທີໂດຍກົງເປັນ 3 ຄັ້ງ ເພື່ອສະແດງທັດສະນະ, ນະໂຍບາຍຂອງຕົນ ກ່ຽວກັບບັນດາບັນຫາໃຫຍ່ຂອງປະເທດຊາດ. ນີ້ກໍແມ່ນໂອກາດເພື່ອໃຫ້ຜູ້ມີສິດເລືອກຕັ້ງ ອາເມລິກາ ປຽບທຽບບັນດາຈຸດດີ, ຈຸດອ່ອນຂອງແຕ່ລະຜູ້ອອກສະໝັກເລືອກຕັ້ງ ແລະ ຍົກອອກການຕັດສິນໃຈສຸດທ້າຍຂອງຕົນ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top