• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຊຸດ​ທີ 75: ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ສະ​ເໜີ​ໃຫ້ ສ​ປ​ຊ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບພາກ​ຕາ​ເວັນ​ອອ​ກກາງ

ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນໄດ້ສະເໜີໃຫ້ຈັດຕັ້ງກອງປະຊຸມສາກົນໃນຕົ້ນປີ 2021 ເພື່ອປຶກສາຫາລືກ່ຽວກັບວິວັດທະນາການສ້າງສັນຕິພາບຢູ່ພາກຕາເວັນອອກກາງ ໃນສະພາບການທີ່ບາງປະເທດອາຣັບຢູ່ເຂດອ່າວຫາກໍ່ລົງນາມໃນຂໍ້ຕົກລົງຫັນການພົວພັນກັບອິດສະລາແອັນເປັນປົກກະຕິ.

ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ (ພາບ: AFP/TTXVN) 

ໃນບົດກ່າວປາໄສທີ່ສົ່ງໄປຍັງ ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 25 ກັນຍາ, ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ ໄດ້ສະເໜີໃຫ້ຈັດຕັ້ງກອງປະຊຸມສາກົນໃນຕົ້ນປີ 2021 ເພື່ອປຶກສາຫາລືກ່ຽວກັບວິວັດທະນາການສ້າງສັນຕິພາບຢູ່ພາກຕາເວັນອອກກາງ ໃນສະພາບການທີ່ບາງປະເທດອາຣັບຢູ່ເຂດອ່າວຫາກໍ່ລົງນາມໃນຂໍ້ຕົກລົງຫັນການພົວພັນກັບອິດສະລາແອັນເປັນປົກກະຕິ.

ຕາມການສະເໜີຂອງທ່ານ Abbas ແລ້ວ, ກອງປະຊຸມຕ້ອງມີການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອກ່າວໄປເຖິງວິວັດທະນາການສ້າງສັນຕິພາບຢ່າງແທ້ຈິງໃຫ້ແກ່ພາກຕາເວັນອອກກາງໂດຍອີງໃສ່ກົດໝາຍສາກົນ. ໄປຄຽງຄູ່ກັນນັ້ນ, ທ່ານ Abbas ກໍ່ຖືວ່າ ກອງປະຊຸມຕ້ອງແນໃສ່ ຢຸດຕິການຢຶດຄອງ ແລະ ນຳເອົາສິດເສລີ ແລະ ເອກະລາດມາໃຫ້ຊາວປາແລັດສະຕິນ ໃນຜືນແຜ່ນດິນຂອງຕົນ, ຢູ່ລຽບຕາມເສັ້ນຊາຍແດນທີ່ໄດ້ກຳນົດໃນປີ 1967, ດ້ວຍ Jerusalem ຕາເວັນອອກ ແມ່ນ ນະຄອນຫຼວງ ແລະ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງລະບຽບການສຸດທ້າຍ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top