ຂ່າວສານ
ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການພັດທະນາພື້ນຖານໂຄງລ່າງ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບ: VGP)
ເພື່ອແນໃສ່ນຳຫວຽດນາມ ກາຍເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝໃນປີ 2020 ໂດຍພື້ນຖານ.
ພ້ອມກັບຄວາມຮຽກຮ້ອງຕ້ອງການພັດທະນາຢ່າງຄົບຊຸດລະບົບພື້ນຖານໂຄງລ່າງດ້ານເສດຖະກິດ, ສັງຄົມແລ້ວ, ມະຕິເລກທີ 13 ໄດ້ຮຽກຮ້ອງໃຫ້ສຸມແຫຼ່ງກຳລັງໃຫ້ 4 ຂົງເຂດຈຸດສຸມ, ໃນນັ້ນສຸມໃສ່ໃຫ້ແກ່ການພັດທະນາພື້ນຖານທາງຄົມມະນາຄົມ, ພື້ນຖານໂຄງລ່າງສະໜອງໄຟຟ້າ, ພື້ນຖານໂຄງລ່າງຊົນລະປະທານ….
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຈິດໃຈຕ້ອງສ້າງບາດກ້າວບຸກທະລຸໃໝ່ ໃນການພັດທະນາພື້ນຖານໂຄງລ່າງ. ສະນັ້ນ, ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໜ້າທີ່ໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຮັບເອົາຄຳເຫັນຂອງບັນດາກະຊວງ, ຂະແໜງການ, ບັນດາຄະນະ, ອົງການຈັດຕັ້ງພັກ, ສ້າງບົດລາຍງານໃຫ້ສົມບູນແບບ ແລະ ມີຄຸນນະພາບກວ່າ. ບາດກ້າວຕໍ່ໄປແມ່ນລັດຖະບານຈະລາຍງານຕໍ່ກົມການເມືອງ, ເພື່ອໃຫ້ກົມການເມືອງປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບການປະຕິບັດມະຕິເລກທີ 13 ຂອງສູນກາງພັກ.
(ແຫຼ່ງຄັດຈາກ VOV)