23/07/2021 18:18 GMT+7 Email Print Like 0

ໝູ່ບ້ານບູຮານ ກື້ດ່າ

ໝູ່ບ້ານບູຮານ ກື້ດ່າ, ເມືອງ ກວັກອວາຍ, ນະຄອນ ຮ່າໂນ້ຍ ຖືວ່າ ເປັນ ຫໍພິພິທະພັນ ທີ່ມີຊີວິດ ກ່ຽວກັບ ສະຖາປັດຕະຍະກຳ ໝູ່ບ້ານອາຊີບ ຕັ້ງຢູ່ຊານເມືອງ. 
ພໍ່ເຖົ້າ ຫວູວັນເທີນ (ອາຍຸ 87 ປີ) ໃຫ້ຮູ້ວ່າ ຕາມເອກະສານ ຄົ້ນຄວ້າ ປະຫວັດສາດ ແລະ ປຶ້ມບັນທຶກ ປະຫວັດເຊື້ອສາຍ ຂອງ ວົງຕະກຸນ ສະແດງໃຫ້ເຫັນວ່າ ໝູ່ບ້ານ ກື້ດ່າ ໄດ້ຕັ້ງຂຶ້ນກ່ອນໜ້ານີ້ 4 ສະຕະວັດ ໂດຍບັນດາເຈົ້ານາຍໃນລາຊະວົງ ຈິ້ງ. ຫຼັງຈາກນັ້ນ ບັນດານາຍທຶນ ທີ່ ມີຄວາມສາມາດເຊັ່ນ: ກື້ແຢວງ, ກື້ຟ໋າດ... (ເປັນເຈົ້າຂອງໂຮງງານ, ໂຮງຕໍ່າຜ້າ, ຮ້ານຄ້າຂາຍ, ບໍລິສັດ ຂົນສົ່ງສິນຄ້າລາຍໃຫຍ່ຂອງ ຮ່າ ໂນ້ຍ ໃນລະຫວ່າງປີ 1920-1940) ໄດ້ເຮັດໃຫ້ໝູ່ບ້ານແຫ່ງນີ້ ມີ ຄວາມສິວິໄລ ແລະ ມີຊີວິດຊີວາຍິ່ງຂຶ້ນ.

ຊາວບ້ານ ທີ່ນີ້ມີຄວາມເອກອ້າງທະນົງໃຈ ຢ່າງຍິ່ງ ກ່ຽວກັບໝູ່ບ້ານ ກື້ ດ່າ ເຖິງຂັ້ນໄປຮ່າໂນ້ຍ ເພື່ອສ້າງເຄື່ອງໝາຍ ແລະ ສ້າງຊື່ສຽງ, ທຸກຄົນ ຕ່າງກໍເອົາຊື່ໝູ່ບ້ານ ປະສົມ ກັບຊື່ສະເພາະ ຂອງຕົນ. ພໍ່ເຖົ້າ ເທີນ ອະ ທິບາຍວ່າ: “ບັນດາ ນາຍທຶນ ຜູ້ມີຊື່ສຽງຂອງ ຮ່າໂນ້ຍ ໃນສະໄໝນັ້ນ ມີຊື່ ເລີ່ມຕົ້ນດ້ວຍຕົວໜັງສື “ກື້” ຊຶ່ງສາມາດ ເຂົ້າໃຈໄດ້ວ່າ ເຂົາມີບ້ານ ເກີດ ຢູ່ໝູ່ບ້ານ ກື້ດ່າ”.
 

ໝູ່ບ້ານບູຮານ ກື້ດ່າເປັນຈຸດນັດໝາຍຂອງການທ່ອງທ່ຽວ ຮ່າໂນ້ຍ ສະຫງວນໃຫ້ແກ່ ຜູ້ຮັກມັກຊອກຮູ້ ກ່ຽວກັບ ສາຖາປັດຕະຍະກຳ ໝູ່ບ້ານອາຊີບມູນເຊື້ອ. ພາບ: ແຄ໋ງລອງ/VNP 

ຄວາມງາມແບບເກົ່າແກ່ຂອງໝູ່ບ້ານບູຮານ ກື້ດ່າ. ພາບ: ຟອງທູ/VNP


ຫຼັງເຮືອນມີການສະຖາປັດຕະຍະກຳຂອງ ຝຣັ່ງນີ້ໄດ້ຮັບການກໍ່ສ້າງ ໃນຕົ້ນສະຕະວັດທີ XX ຊຶ່ງມີຄວາມກົມກຽວກັນ ກັບແບບເຮືອນ ມູນເຊື້ອ. ພາບ: ກົງດາດ/VNP


ບັນດາແຜ່ນຝາຜະໜັງຖືກຕົກສີຕາມການເວລາຢູ່ໝູ່ບ້ານບູຮານ ກື້ດ່າ. ພາບ: ແຄ໋ງລອງ/VNP

ຮ່ອມນ້ອຍຢູ່ໝູ່ບ້ານບູຮານ ກື້ດ່າ. ພາບ: ແຄ໋ງລອງ/VNP


ຜ່ານການຜັນແປປ່ຽນແປງ ຂອງປະຫວັດສາດ ບໍ່ຈັກວ່າເທົ່າ ໃດ, ໝູ່ບ້ານບູຮານ ກື້ດ່າ ເໝືອນວ່າ ຍັງຄົງຮັກສາໄວ້ໄດ້ ຄວາມງາມແບບດັ້ງເດີມ ກັບບັນດາຫຼັງເຮືອນ ທີ່ໄດ້ຮັບການ ອອກແບບ 3 ຫ້ອງ,
5 ຫ້ອງ ຊຶ່ງເປັນ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ປະຊາຊົນ ເຂດທົ່ງພຽງພາກ ເໜືອ. ພາບ: ແຄ໋ງລອງ/VNP



ໜຶ່ງປະຕູໂຂງບ້ານໃນຈຳນວນໜ້ອຍທີ່ຍັງເຫຼືອໄວ້ຢູ່ໝູ່ບ້ານບູຮານ ກື້ດ່າ. ພາບ: ແຄ໋ງລອງ/VNP


ສະໄໝກ່ອນ, ທ່າເຮືອແມ່ນຳ້ ເຍ້ວ ເປັນສະຖານທີ່ຄ້າຂາຍ ທີ່ຄັບຄາໜາແໜ້ນ, ຊາວບ້ານ ກື້ດ່າ ປຸກເສົາສອງເສົາ ຊຶ່ງຢູ່ເທິງນັ້ນ ມີຄັນຄາກສອງໂຕ ຖືໂຄມໄຟ
ເພື່ອເປັນການກຳນົດທິດ ໃຫ້ເຮືອແພ ເຂົ້າທຽບທ່າ. ພາບ: ແຄ໋ງລອງ/VNP



ການແກະສະຫຼັກລວດລາຍ ຕາມແບບສະຖາປັດຕະຍະກຳຂອງ ຝຣັ່ງ ສະຫຼັບກັນ ກັບ ບັນດາລວດລາຍແຫ່ງຂີດໝາຍຂອງໝູ່ບ້ານ ຫວຽດ ຢ່າງພິຖີພິຖັນ ແລະ ປານີດແນບນຽນ
ສະແດງໃຫ້ເຫັນ ສີໄມ້ລາຍມື ຂອງນາຍຊ່າງຢູ່ໝູ່ບ້ານ ກື້ດ່າ ໃນປາງກ່ອນ. ພາບ: ແຄ໋ງລອງ/VNP



ທ່ານ ຫວູວັນບັ່ງ, ອະດີດຫົວໜ້າຄະນະວັດທະນະທຳຕາແສງໃຫ້ຮູ້ວ່າ: “ສະໄໝກ່ອນ ບ້ານໃດກໍມີປະຕູໂຂງ, ມາຮອດປັດຈຸບັນຍັງເຫຼືອພຽງແຕ່ 3-4 ແຫ່ງ. ແຕ່ກ່ອນມີພຽງຄວາຍ ກັບຄົນໄປມາ
ເພາະສະນັ້ນ ປະຕູໂຂງກໍຕຳ່ຫຼາຍ, ມາຮອດປັດຈຸບັນ ຕ້ອງຍົກຄວາມສູງຂຶ້ນປະມານ 80 ຊມ ເພາະສະນັ້ນ ຕ້ອງປຸກໄໝ່”.  ພາບ: ກົງດາດ/VNP


ສະຫຼັບກັບບັນດາຫຼັງເຮືອ ຫຼາຍຊັ້ນ, ຝາປະທາຍ ໄດ້ທາສີໄໝ່ ແມ່ນບັນດາຫຼັງເຮືອນ ບູຮານ, ຝາປະທາຍ ກໍ່ດ້ວຍດິນຈີ່ສີ ແດງ, ຫຼັງຄາປົກຄຸມເຕັມແຕ່ໄຄນຳ້. ພາບ: ກົງດາດ/VNP


ຜ່ານການຜັນແປປ່ຽນແປງ ຂອງປະຫວັດສາດ ບໍ່ຈັກວ່າເທົ່າ ໃດ, ໝູ່ບ້ານບູຮານ ກື້ດ່າ ເໝືອນວ່າ ຍັງຄົງຮັກສາໄວ້ໄດ້ ຄວາມງາມແບບດັ້ງເດີມ ກັບບັນດາຫຼັງເຮືອນ ທີ່ໄດ້ຮັບການ ອອກແບບ 3 ຫ້ອງ,
5 ຫ້ອງ ຊຶ່ງເປັນ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ປະຊາຊົນ ເຂດທົ່ງພຽງພາກ ເໜືອ. ພາບ: ແຄ໋ງລອງ/VNP


ຈັງຫວະແຫ່ງການດຳລົງຊີວິດຢູ່ໝູ່ບ້ານບູຮານ ກື້ດ່າ. ພາບ: ຟອງທູ/VNP


ຕາມສະຖິຕິຂອງຄະນກຳມະການປະຊາຊົນເມືອງ ແທງອວາຍ, ໝູ່ບ້ານບູຮານ ກື້ດ່າ ມາຮອດ ປັດຈຸບັນ ຍັງຄົງຮັກສາໄວ້ໄດ້ ແບບເຮືອນບູຮານ ຂອງເຂດທົ່ງພຽງແມ່ນຳ້ພາກເໜືອ
ຫ່າງຈາກນີ້ປະມານ 200 ປີ 51 ຫຼັງ. ພາບ: ແຄ໋ງລອງ/VNP



ເມື່ອກ່າວເຖິງໝູ່ບ້ານ ກື້ດ່າກໍເລີຍຄຳນຶງເຖິງ ອາຊີບ ເຮັດເສັ້ນຫຼ້ອນ ມູນເຊື້ອ. ເສັ້ນຫຼ້ອນ ກື້ດ່າເຮັດຈາກແປ້ງ ມັນສະຄູ, ໃຊ້ໝໍ້ຖອກເປັນ ແຜ່ນເສັ້ນລ້ອນ ດ້ວຍອາຍນ້ຳແລ້ວນຳໄປຕາກແຫ້ງ. ເສັ້ນຫຼ້ອນ ກື້ດ່າ ມັກມີສີເຫຼືອງເຫຼື້ອມ,ເສັ້ນຫຼ້ອນສະເໝີ ແລະ ຂຶ້ນຊື່ລືສຽງ ຍ້ອນຄວາມແຊບ ແລະ ກິ່ນຫອມທີ່ເປັນເອກະລັກ ບໍ່ຄ່ອຍ ມີບ່ອນໃດ ເຮັດໄດ້. ພາບ: ແຄ໋ງລອງ/VNP
 
ຖ້າຫາກວ່າ ໝູ່ບ້ານບູຮານ ເດື່ອງເລີມ ມີຊື່ສຽງໂດ່ງດັງ ຍ້ອນສະຖາປັດ ຕະຍະກຳ ແບບເຂດຊົນນະບົດ ລວມສາມຫ້ອງໃຫຍ່, ສອງຫ້ອງນ້ອຍ ຊຶ່ງກໍ່ດ້ວຍ ດິນຈີ່ ຈາກຫີນສີລະແລງ ຂອງເຂດພູພຽງ, ເຮືອນຢູ່ ກື້ດ່າ ເປັນແບບ ຂອງ ໝູ່ບ້ານອາຊີບ ຕັ້ງຢູ່ຊານເມືອງ, ແຄມແມ່ນໍ້າ, ມີສະຖາ ປັດຕະຍະກຳ ແບບຝຣັ່ງ ປະສົມປະສານ ກັບແບບເຮືອນ ຫວຽດ ມູນ ເຊື້ອ. ສະໄໝຮຸ່ງເຮືອງ, ໝູ່ບ້ານ ກື້ດ່າ ເຄີຍມີເຮືອນບູຮານ ນັບຮ້ອຍ ຫຼັງ, ແຕ່ມາຮອດປັດຈຸບັນ ຍັງຮັກສາໄວ້ໄດ້ພຽງ 50 ຫຼັງ ທີ່ມີອາຍຸນັບ ຫຼາຍຮ້ອຍປີ ກັບແບບສະຖາປັດຕະຍະກຳ “ແປກໆ ໜຶ່ງບໍ່ມີສອງ”. ດ້ວຍການອອກແບບ 2 ຊັ້ນ, ມີລະບຽງ, ມີແບບສະຖາປັດຕະຍະກຳ ຂອງ ຊາວຕາເວັນຕົກ, ແຕ່ມີເຮືອນຫຼາຍຫຼັງ ໃນໝູ່ບ້ານ ພັດມີສ່ວນຫຼັງ ຄາ ໂຄ້ງຂຶ້ນຄື ຫໍສາລາ. ນອກຈາກ ແບບ “ເຮືອນຕາເວັນຕົກ” ຄືການ ເອີ້ນຢູ່ແຫ່ງນີ້, ຊາວບ້ານ ກື້ດ່າ ເຖິງວ່າ ເປັນຄົນມີຊື່ສຽງ, ຮັ່ງມີ ແຕ່ຍັງ ນິຍົມຮັກສາໄວ້ ເຮືອນລວມສາມຫ້ອງໃຫຍ່ ສ້າງດ້ວຍໄມ້, ຫຼັງຄາມຸງ ດ້ວຍດິນຂໍ ແບບມູນເຊື້ອ ແລະ ເດີ່ນປູດ້ວຍດິນຈີ່.

ພໍ່ເຖົ້າ ຫວູວັນເທີນ ໄດ້ສັງເກດວ່າ: “ສິ່ງທີ່ແປກແມ່ນວ່າ ແບບ ຝຣ່ັງ ກຼາດຊິກ ບໍ່ ກົງກັນກັບ ແບບ ຂອງ ບັນດາເຮືອນ ມູນເຊື້ອ ຂອງ ຊາວກະສິກອນ ແຕ່ຊໍ້າພັດ ສ້າງອອກ ແບບການສະຖາປັດຕະຍະກຳ ບໍ່ຄື ກັບໝູ່ບ້ານ ໃດໆ ໃນປະເທດ ຫວຽດນາມ”.

ໄປຕາມເສັ້ນທາງສາຍຕ່າງໆ ຈາກສາລາ ສູ່ບ້ານ, ຕາແສງ ແລະ ຮ່ອມ ຂອງ ໝູ່ບ້ານ, ເຂົາເຈົ້າ ຍັງຮັບຮູ້ໄດ້ ແຜນຜັງ “ກະດູກປາ” ທົ່ວໄປ. ປັດ ຈຸບັນ ຢູ່ພາຍໃນໝູ່ບ້ານ ຍັງຄົງ ຮັກສາໄວ້ໄດ້ ເສັ້ນທາງຫຼາຍສາຍ ປູດິນ ຈີ່ ແລະ ມີຮ່ອມບ້ານຫຼາຍແຫ່ງຍັງມີປະຕູໂຂງ. ບັນດາ ຜູ້ອາວຸໂສ ຢູ່ ກື້ ດ່າ ເລົ່າວ່າ ກ່ອນໜ້ານີ້້, ພໍເຖິງເວລາ 9 ໂມງ ຕອນຄໍ່າ, ປະຕູໂຂງ ຈະ ປິດ. ເວລານີ້, ບັນດາໜ່ວຍເວນຍາມ ໃນບ້ານ ຈະປ່ຽນຜຽນ ກັນເຝົ້າ ຍາມ ເພື່ອຮັກສາ ຄວາມເປັນລະບຽບຮຽບຮ້ອຍ ແລະ ປ້ອງກັນ ຂີ້ລັກ ງັດແງະ.

ນາຍຄູ ຈິ້ງເກີ, ເປັນໜຶ່ງໃນຮຸ່ນລູກຫຼານຫຼາຍຄົນ ຂອງ ວົງຕະກຸນ ຈິ້ງ ເລີ່ມກໍ່ຕັ້ງໝູ່ບ້ານ ກື້ດ່າໃຫ້ຮູ້ວ່າ: “ກື້ດ່າ ໃນເມື່ອກ່ອນ ເປັນບ່ອນມີ ມູນ ເຊື້ອ ກ່ຽວກັບ ການສຶກສາ. ມີຫຼາຍຄົນສົມຫວັງໃນພາລະກິດ, ຮຽນເກ່ັງ ທັງມີຄວາມສາມາດ ໄດ້ຊ່ວຍໃຫ້ ກື້ດ່າ ກາຍເປັນໝູ່ບ້ານ ທີ່ ສັກສິດ ໃຫ້ກຳເນີດຜູ້ປີຊາສາມາດ. ປັດຈຸບັນ, ມູນເຊື້ອມັກຮຽນ ຂອງ ລູກຫຼານ ໝູ່ບ້ານ ກື້ດ່າ ຍັງຄົງ ມີຄຸນຄ່າ ຕະຫຼອດ ພາຍໃຕ້ ແຕ່ລະ ຫຼັງເຮືອນ”.

ມີສຸພາສິດ ກ່າວວ່າ: “ນໍ້າຊອດກື້ດ່າ, ໝາກເຂືອ ຄຸກຖຸຍ” ແມ່ນມີ ຄວາມໝາຍແຝງວ່າ ອາຊີບເຮັດນໍ້າຊອດ ຖົ່ວເຫຼືອງຢູ່ ກື້ດ່າ ມີຊື່ສຽງໃນ ເຂດ ຊົນນະບົດ, ສ່ວນໝາກເຂືອປູກຢູ່ ໝູ່ບ້ານ ຄຸກຖຸຍ ກໍມີຊື່ສຽງ ໂດ່ງ ດັງຄືກັນ. ປັດຈຸບັນ, ໝູ່ບ້ານ ກື້ດ່າ ບໍ່ພຽງແຕ່ເຮັດ ນໍ້າຊອດ ເທົ່ານັ້ນ, ແຕ່ ອາຊີບ ເຮັດເສັ້ນຫຼ້ອນ ກໍຍັງຂຶ້ນຊື່ລືສຽງ ນະຄອນ ຮ່າໂນ້ຍ ອີກ ດ້ວຍ.

 
ປະຕິບັດໂດຍ: ແຄ໋ງລອງ, ກົງດາດ, ຟອງທູ - ແປໂດຍ: ບິກລຽນ
ບັນດາບົດທີ່ຖືກນຳສະເໜີ