• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໝາກລິ້ນຈີ່ສົດຫວຽດນາມ ໄດ້ວາງຂາຍເປັນຄັ້ງທໍາອິດຢູ່ຮ້ານສັບພະສິນຄ້າຢູ່ ຍີ່ປຸ່ນ

      "ນີ້ແມ່ນຜົນສໍາເລັດທີ່ຍິ່ງໃຫຍ່ສໍາລັບຊາວກະສິກອນຫວຽດນາມ, ຜົນສໍາເລັດຂອງແຂວງບັກຢາງ, ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການຕ່າງປະເທດ ແລະ ພິເສດແມ່ນຜົນສໍາເລັດຂອງພະນັກງານສະຖານທູດ.

ໝາກລິ້ນຈີ່ສົດຫວຽດນາມ ໄດ້ວາງຂາຍເປັນຄັ້ງທໍາອິດຢູ່ຮ້ານສັບພະສິນຄ້າຢູ່ ຍີ່ປຸ່ນ (ພາບ: ຫວຽດນາມ ຢຸງ - ນັກຂ່າວ VOV ປະຈໍາ ຍີ່ປຸ່ນ)
      ວັນທີ 22 ມິຖຸນາ, ບໍລິສັດ AEON ໄດ້ເລີ່ມວາງຂາຍໝາກລິ້ນຈີ່ສົດຫວຽດນາມ ໃນຮ້ານສັບພະສິນຄ້າແຫ່ງຕ່າງໆຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ. ໂດຍເປັນໜຶ່ງໃນບັນດາບໍລິສັດຂາຍຍ່ອຍທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຍີ່ປຸ່ນ, AEON ໃຫ້ຮູ້ວ່າ ໄດ້ເລີ່ມດໍາເນີນບັນດາລະບຽບການທີ່ຈໍາເປັນເພື່ອນໍາເຂົ້າໝາກລິ້ນຈີ່ນສົດຂອງຫວຽດນາມເຂົ້າຍີ່ປຸ່່ນ ພາຍຫຼັງ ເຈົ້າໜ້າທີ່ຂອງປະເທດນີ້ຍົກເລີກຄໍາສັ່ງຈໍາກັດການນໍາເຂົ້າແຕ່ເດືອນທັນວາ ປີ 2019. ບໍລິສັດນີ້ ໄດ້ຂຶ້ນແຜນຈະຈໍາໜ່າຍໝາກລິ້ນຈີ່ສົດຫວຽດນາມ ຢູ່ຮ້ານສັບພະສິນຄ້າກວ່າ 250 ແຫ່ງ ໃນທົ່ວປະເທດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ ຫວູຮົ່ງນາມ ໃຫ້ຮູ້ວ່າ:
        “ນີ້ແມ່ນຜົນສໍາເລັດທີ່ຍິ່ງໃຫຍ່ສໍາລັບຊາວກະສິກອນຫວຽດນາມ, ຜົນສໍາເລັດຂອງແຂວງບັກຢາງ, ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການຕ່າງປະເທດ ແລະ ພິເສດແມ່ນຜົນສໍາເລັດຂອງພະນັກງານສະຖານທູດ. ຜ່ານນີ້, ພວກເຮົາສາມາດພິສູດໄດ້ລະດັບຄວາມສາມາດຂອງຂະແໜງກະສິກໍາຫວຽດນາມແມ່ນສາມາດຕອບສະໜອງໄດ້ຕາມບັນດາມາດຕະຖານດ້ານເຕັກນິກຂອງຕະຫຼາດທີ່ເຄັ່ງຄັດທີ່ສຸດ ຄືຕະຫຼາດ ຍີ່ປຸ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າຫາກພວກເຮົາຜະລິດໄດ້ບັນດາຜະລິດຕະພັນກະເສດ ແລະ ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນນັ້ນ,ແນ່ນອນວ່າ ພວກເຮົາຈະແຊກຊຶມເຂົ້າຕະຫຼາດແຫ່ງອື່ນໆໄດ້”.
        ເມື່ອຕີລາຄາກ່ຽວກັບໝາກລິ້ນຈີ່ສົດຂອງຫວຽດນາມ, ທ່ານ Soichi Okazaki, ຜູ້ອໍານວຍການຝ່າຍບໍລິຫານບໍລິສັດ AEON ຈໍາກັດ ໄດ້ໃຫ້ຂໍ້ສັງເກດວ່າ ໝາກລິ້ນຈີ່ສົດຂອງຫວຽດນາມ ຫວານ, ແຊບຊ້ອຍ, ແກ່ນນ້ອຍ ແລະ ມີຄຸນນະພາບດີທີ່ສຸດ.
 (ແຫຼ່ງຄັດຈາກ VOV)
 

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ

Top