• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍຊາວ ກຳປູເຈຍ, ລາວ ເຊື້ອຊາດ ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ວັນທີ 16 ເມສາ, ຢູ່ 4 ດ່ານຊາຍແດນ ນາມຢ່າງ (ແຂວງ ກວາງນາມ); ເບີອີ (ແຂວງ ກອນຕຸມ); ເລະແທງ (ແຂວງ ຢາລາຍ) ແລະ ບູປຣັງ (ແຂວງ ດັກນົງ), ກອງບັນຊາການທະຫານເຂດ 5 ໄດ້ສົມທົບກັບກອງບັນຊາການທະຫານບັນດາທ້ອງຖິ່ນ ມອບອຸປະກອນການແພດໜູນຊ່ວຍ 2 ປະເທດ ລາວ, ກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. 

ສະມາຄົມຊາວຂະແມ - ຫວຽດນາມ ໄດ້ມອບຂອງຂວັນ 100 ພຸດໃຫ້ພໍ່ແມ່ປະຊາຊົນຊາວ ກຳປູເຈຍ
 ເຊື້ອຊາດ ຫວຽດນາມ
      ພົນຈັດຕະວາ ເຈືອງທຽນໂຕ, ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 5 ໃຫ້ຮູ້ວ່າ:
        “ພວກຂ້າພະເຈົ້າໄດ້ສົມທົບຢ່າງແໜ້ນແຟ້ນກັບຂັ້ນພັກ, ອຳນາດການປົກຄອງທ້ອງຖິ່ນຊຶ້ວັດຖຸອຸປະກອນການແພດ ເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ. ນອກນັ້ນ ຍັງມີສິ່ງທີ່ຈຳເປັນ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານ, ນັກຮົບຂອງ 2 ປະເທດ. ພວກຂ້າພະເຈົ້າ ກຳນົດວ່າ ນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນທີ່ສຸດ ປະກອບສ່ວນເສີມສ້າງມູນເຊື້ອ, ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ - ລາວ ແລະ ກອງທັບຂອງ 3 ປະເທດໃນສະພາບການປັດຈຸບັນ.
        ແລະກໍ່ໃນວັນທີ 16 ເມສາ, ຢູ່ແຂວງ Kandal, ສະມາຄົມຊາວຂະແມ - ຫວຽດນາມ ໄດ້ມອບຂອງຂວັນ 100 ພຸດໃຫ້ພໍ່ແມ່ປະຊາຊົນຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ຂອງຂວັນດັ່ງກ່າວຈະປະກອບສ່ວນຮັບປະກັນຊີວິດການເປັນຢູ່, ສ້າງກຳລັງໜູນໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຂອງໂລກລະບາດ ໂຄວິດ-19.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top