• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ແລະ ລາວ ຕ້ອນຮັບບຸນປີໃໝ່ໃນບັນຍາກາດອັນງຽບສະຫງັດ

      ວັນທີ 13 ເມສາ, ຕາມຮີດຄອງປະເພນີຂອງ ໄທ ແມ່ນມື້ທຳອິດຂອງບຸນຫົດນ້ຳພື້ນເມືອງ ສົງການ, ປີນີ້ ບັນຍາກາດບຸນປີໃໝ່ຕ່າງກັບບັນຍາກາດທີ່ເບີກບານມ່ວນຊື່ນຄືກຄື້ນຂອງທຸກໆປີ, ຍ້ອນໂລກລະບາດ ໂຄວິດ-19, ລັດຖະບານ ໄທ ໄດ້ອອກຄຳສັ່ງ ຢຸດຕິການຈັດຕັ້ງຈັດພິທີຫຼັກ ສະນັ້ນ, ບັນຍາກາດຂອງບຸນປີໃໝ່ທີ່ສຳຄັນທີ່ສຸດຢູ່ໄທ ແມ່ນງຽບສະຫງັດ.

ໄທ ຕ້ອນຮັບບຸນປີໃໝ່ໃນບັນຍາກາດອັນງຽບສະຫງັດ
      ແລະກໍ່ໃນວັນດຽວກັນ, ລາວ ກໍ່ຕ້ອນຮັບບຸນປີໃໝ່ ຄສ 2536 ໃນບັນຍາກາດງຽບສະຫງັດ. ຄູບາ ໂອກາດ ເພັດສີສານະວົງ, ຢູ່ວັດ ສີເມືອງ, ນະຄອນຫລວງ ວຽງຈັນ ໃຫ້ຮູ້ວ່າ: ປີນີ້, ວັດສີເມືອງ ຢຸດຕິທຸກການເຄື່ອນໄຫວທາງສາສະໜາ, ປະຊາຊົນບໍ່ໄປວັດພາວະນາ ແລະ ເຂົ້າຮ່ວມພິທີສົງພະ.
        ພິທີສົງພະ ແລະ ແຫ່ນາງສັງຂານ ໄດ້ຖືກຮຽກຮ້ອງໃຫ້ຢຸດຕິ ເພື່ອປະຕິບັດບັນດາຂໍ້ກຳນົດຂອງລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ, ວັດວາອາຣາມຕ່າງໆຢູ່ລຽບຕາມຖະໜົມ ເສດຖາທິລາດ ລ້ວນແຕ່ປິດປະຕູນັບແຕ່ຕົ້ນເດືອນ ເມສາ. ບຸນຫົດນ້ຳຢູ່ ລາວ  ປີນີ້ ດຳເນີນພຽງແຕ່ໃນຂອບຂະໜາດຄອບຄົວເທົ່ານັ້ນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top