• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂລາຍການພົວພັນແລກປ່ຽນວັດທະນະທຳ - ການຄ້າ ບັນດາປະເທດ ອາຊຽນ 2018

      ເຂົ້າຮ່ວມລາຍການມີຮ້ານວາງສະແດງ 150 ຮ້ານທີ່ມາຈາກບັນດາປະເທດ ອາຊຽນ, ໃນນັ້ນ ມີກ່ວາ 110 ຮ້ານການຄ້າ ແລະ 40 ຮ້ານອາຫານການກິນ.

ຜູ້ແທນບັນດາປະເທດເຂົ້າຮ່ວມງານບຸນ
(ພາບ: nld.com.vn)
      ຕອນຄ່ຳວັນທີ 18 ເມສາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີໄຂລາຍການພົບປະແລກປ່ຽນວັດທະນະທຳ - ການຄ້າ ບັນດາປະເທດ ອາຊຽນ ປີ 2018. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2018) ແລະ ສະເຫຼີມສະຫຼອງ 3 ປີແຫ່ງວັນສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (31/12/2015 – 31/12/2018).
        ເຂົ້າຮ່ວມລາຍການມີຮ້ານວາງສະແດງ 150 ຮ້ານທີ່ມາຈາກບັນດາປະເທດ ອາຊຽນ, ໃນນັ້ນ ມີກ່ວາ 110 ຮ້ານການຄ້າ ແລະ 40 ຮ້ານອາຫານການກິນ. ປະຊາຊົນນະຄອນ ແລະ ແຂກທ່ອງທ່ຽວກໍ່ໄດ້ສຳຜັດກັບຫຼາຍປະເພດສິນຄ້າມີຄຸນນະພາບກ່ຽວກັບບັນດາຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກ, ເຄື່ອງສິລະປະຫັດຖະກຳ…
        ເຂົ້າຮ່ວມເຫດການນີ້, ເອື້ອຍ ຫງວຽນທິແທງເຕີມ, ຜູ້ຕາງໜ້າຂອງບໍລິສັດນຳເຂົ້າ ສົ່ງອອກ Matilak ໃຫ້ຮູ້ວ່າ:
        ບັນຍາກາດຢູ່ທີ່ນີ້ແມ່ນຟົດຟື້ນ, ມີຫຼາຍຄົນມາຢ້ຽມຊົມ. ຂ້າພະເຈົ້າປາດຖະໜາຢາກນຳເອົາບັນດາຜະລິດຕະພັນທີ່ດີຕໍ່ສຸຂະພາບມາໃຫ້ຜູ້ຊົມໃຊ້ ຄື: ນ້ຳເຜິ້ງສົດມາຈາກ ໄທ, ບັນດາຜະລິດຕະພັນທຳມະຊາດຈາກໄທ, ບັນດາຜະລິດຕະພັນຈາກໝາກພ້າວ, ນ້ຳມັນໝາກຄໍ້, ນ້ຳມັນ, ເວົ້າລວມແລ້ວ ແມ່ນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງໄທ.
 (ແຫຼ່ງຄັດຈາກ VOV)


IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top