• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານປະຫວັດສາດ ແລະ ນິຕິທຳ”

      ຕອນບ່າຍວັນທີ 11 ທັນວາ, ຢູ່ນະຄອນບາກລຽວ, ໄດ້ດຳເນີນພິທີໄຂງານວາງສະແດງແຜນທີ່ ແລະ ວັກຖຸເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານປະຫວັດສາດ ແລະ ນິຕິທຳ”.

ທ່ານນາງ ກາວຊວັນທູເວິນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບາກລຽວກ່າວຄຳເຫັນທີງານວາງສະແດງ
      ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ກາວຊວັນທູເວິນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບາກລຽວ ເນັ້ນໜັກວ່າ: ນີ້ແມ່ນໂອກາດອັນລ້ຳຄ່າເພື່ອ ໃຫ້ປະຊາຊົນທຸກຊັ້ນວັນນະ, ພະນັກງານ, ນັກຮົບ, ຊາວໜຸ່ມ, ເຍົາວະຊົນ ນະຄອນ້າກລຽວ ເວົ້າສະເພາະ, ໃນບໍລິເວນແຂວງບາກລຽວເວົ້າລວມ, ມີເງື່ອນໄຂໄປຢ້ຽມຊົມ, ຊອກຮູ້ແຫຼ່ງວັດຖຸເອກະສານຕ່າງໆ ແລະ ຫຼັກຖານ ເພື່ອແນໃສ່ປະຕິເສດບັນດາຖ້ອຍທຳນອງ ເສກສັນປັ້ນແຕ່ງ ປະຫວັດສາດ, ບັນດາການຮຽກທວງສິດອະທິປະໄຕທີ່ໄຮ້ເຫດຜົນຂອງຈີນຕໍ່ສອງໝູ່ເກາະຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ. ພ້ອມກັນນັ້ນ, ຜ່ານງານວາງສະແດງນີ້, ຈະຊ່ວຍໃຫ້ປະຊາຊົນໃນແຂວງມີຄວາມເຂົ້າໃຈຢ່າງຈະແຈ້ງກ່ວາກ່ຽວກັບແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບບັນຫາປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຫວຽດນາມ ເພື່ອພ້ອມກັບປະຊາຊົນທົ່ວປະເທດ ຮ່ວມແຮງຮ່ວມໃຈປົກຮັກຮັກສາອະທິປະໄຕທະເລໝູ່ເກາະ ຢ່າງຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ກົດໝາຍສາກົນ.
        ງານວາງສະແດງ ດຳເນີນໄປຮອດວັນທີ 14 ທັນວາຈຶ່ງອັດລົງ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top