• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນບໍລິຈາກເລືອດລະດູບານໃໝ່

      ຕອນເຊົ້າວັນທີ 10 ມີນາ, ລາຍການບໍລິຈາກເລືອດທີ່ມີຊື່ວ່າ ງານບຸນບໍລິຈາກເລືອດລະດູບານໃໝ່ ໄດ້ໄຂຂຶ້ນຢູ່ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ. ດ້ວຍສານທີ່ວ່າ “ບໍລິຈາກເລືອດ - ກູ້ເອົາຊີວິດ”,

ງານບຸນບໍລິຈາກເລືອດລະດູບານໃໝ່
      ທີ່ພິທີໄຂງານບຸນບໍລິຈາກເລືອດລະດູບານໃໝ່ປີນີ້ ໄດ້ດຶງດູດຜູ້ມາຮ່ວມບໍລິຈາກເລືອດກ່ວາ 2000 ຄົນ. ພຽງແຕ່ໃນຕອນເຊົ້າຂອງວັນທີ 10 ມີນາ, ຄະນະຈັດຕັ້ງໄດ້ຮັບເລືອດກ່ວາ 1000 ຖົງ ຢູ່ 2 ສະຖານທີ່ ນັ້ນແມ່ນ: ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແລະ ຫໍພູມປັນຍານະຄອນ ຮ່າໂນ້ຍ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນວຽດຕ໋ຽນ ໃຫ້ຮູ້ວ່າ:
        “ງານບູນບໍລິຈາກເລືອດລະດູບານໃໝ່ ມີຄວາມໝາຍວັດທະນະທຳມະນຸດ, ມະນຸດສະທຳ, ຈຳນວນຜູ້ມາບໍລິຈາກເລືອດນັບມື້ນັບຫລາຍ. ມີຫລາຍຄົນໄດ້ບໍລິຈາກເລືອດເປັນຫລາຍຄັ້ງແລ້ວ, ຂ້າພະເຈົ້າມີຄວາມຕື້ນຕັນໃຈ ເມື່ອໄດ້ເຫັນບັນດາຄອບຄົວໄດ້ຮ່ວມກັນມາບໍລິຈາກເລືອດ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະຊາຄົມແມ່ນສູງທີ່ສຸດ
 
      ງານບຸນບໍລິຈາກເລືອດລະດູບານໃໝ່ຄັ້ງທີ 11 ຈະອັດລົງໃນວັນທີ 11 ມີນາ ດ້ວຍການຄາດຄະເນວ່າ ຈະໄດ້ຮັບເລືອດກ່ວາ 8000 ຖົງ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top