• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນດອກສະກຸຮະ - ດອກເໝີຍ ອຽນຕືຫ້າລອງ 2017

ງານ​ບຸນດອກ​ສະ​ກຸ​ຮະ - ດອກ​ເໝີຍ ອຽນ​ຕື​ຫ້າ​ລອງ 2017
       ຕອນ​ຄ່ຳ​ວັນ​ທີ 11/3, ງານ​ບຸນດອກ​ສະ​ກຸ​ຮະ - ດອກ​ເໝີຍ ອຽນ​ຕື​ຫ້າ​ລອງ 2017 ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫ້າ​ລອງ ຊຶ່ງ​ມີ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳຫຼາຍ​ຢ່າງ​ທີ່​ດູດ​ດື່ມ. ນີ້​ເປັນ​ຄັ້ງ​ທີ 2 ທີ່ກວ​າງ​ນິງ​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສາ​ກົນ​ຍີ​ປຸ່ນ Vanokai ຈັດງານ​ບຸນດອກ​ສະ​ກຸ​ຮະ ແລະ​ ເປັນ​ຄັ້ງທີ 2 ມີ​ການ​ປະ​ສານ​ສົມ​ທົບ​ກັບ ດອກ​ເໝີຍ ອຽນ​ຕືຊຶ່ງ​ເປັນ​ດອກ​ໄມ້​ຊະ​ນິດ​ພິ​ເສດ​ຂອງ​ແຂວງກວາງ​ນິງ. ທ່ານ​ຝ້າມ​ຮົ່ງ​ຮ່າ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຫ້າ​ລອງ ຫົວ​ໜ່ວຍ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ງານ​ບຸນ ຢືນ​ຢັນ​ວ່າ : “ງານ​ບຸນດອກ​ສະ​ກຸ​ຮະ - ດອກ​ເໝີຍ ອຽນ​ຕື​ຫ້າ​ລອງ 2017 ໝັ້ນ​ໝາຍ​ຈະ​ນຳ​ສິ່ງ​ທີ່​ດູດ​ດື່ມ​ທີ່​ມີ​ຄຸນ​ຄ່າທາງ​ດ້ານວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ຂອງ​ເຂດ​ດິນກວາງ​ນິງ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຍີ​ປຸ່ນ ເຈືອ​ຈານ​ເຂົ້າ​ທິວ​ທັດ​ທີ່​ງົດ​ງາມດ້ວຍດອກ​ສະ​ກຸ​ຮະ, ດອກ​ເໝີຍ ພ້ອມ​ກັບ​ບັນ​ຍາ​ກາດ​ຟົດ​ຟື້ນ, ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ”.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top