• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດການທ່ອງທ່ຽວສາກົນແທັງຮວ໋າ ປີ 2019

      ວັນທີ 14 ກັນຍາ, ກຸ່ມບໍລິສັດ Flamingo ແລະ ບໍລິສັດຫຸ້ນສ່ວນຮ່າໂນ້ຍ Redtours ໄດ້ສົມທົບກັບພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແທັງຮວ໊າ ໄດ້ຈັດຕັ້ງພິທີໄຂງານຕະຫຼາດນັດການທ່ອງທ່ຽວສາກົນ ແທັງຮວ໊າ 2019.

ພິທີໄຂງານຕະຫຼາດນັດການທ່ອງທ່ຽວສາກົນ ແທັງຮວ໊າ 2019 (ພາບ: baodansinh.vn)
      ເຂົ້າຮ່ວມພິທີມີຜູ້ຕາງໜ້າບັນດາອົງການການທູດ, ສົ່ງເສີມການທ່ອງທ່ຽວຂອງບັນດາປະເທດ ແລະ ເຂດແຄ້ວນ ທີ່ມາຈາກ ສິງກະໂປ, ໄທ, ສ.ເກົາຫຼີ, ມາເລເຊຍ, ຍີ່ປຸ່ນ, ຕວັກກີ, ໄຕ້ຫວັນ (ຈີນ); ຜູ້ຕາງໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ, ບັນດາພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວມາຈາກແຂວງຕ່າງໆຂອງຫວຽດນາມ; ຜູ້ຕາງໜ້າບັນດາບໍລິສັດການບິນ  ແລະ ວິສາຫະກິດທ່ອງທ່ຽວທັງພາຍໃນແຂວງ ແລະ ຕ່າງແຂວງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
        ມາເຂົ້າຮ່ວມງານຕະຫຼາດນັດສາກົນແທັງຮວ໊າ 2019, ແຂກທ່ອງທ່ຽວໄດ້ສໍາຜັດກັບທ່າອ່ຽງ ແລະ ຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງ.  ຢູ່ນອກຂອບເຂດຂອງງານຕະຫຼາດນັດທີ່ດໍາເນີນໃນລະຫວ່າງວັນທີ 13 – 15 ກັນຍາ ແລ້ວ, ຍັງມີການເຄື່ອນໄຫວຫຼາຍຢ່າງຖືກຈັດຂຶ້ນຄືການສະແດງສິລະປະອາຫານການກິນ, ການສະແດງສິລະປະພື້ນເມືອງທີ່ເປັນມູນເຊື້ອ, ວາງສະແດງບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກໍາທີ່ເປັນມູນເຊື້ອ, ການແລກປ່ຽນ ລະຫວ່າງບັນດາຫົວໜ່ວຍທີ່ເຄື່ອນໄຫວໃນຂົງເຂດທ່ອງທ່ຽວພາຍໃນປະເທດ ແລະ ສາກົນ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top