• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 51 ຂອງ ຄະນະປະຈຳສະພາແຫ່ງຊາດ

      ຕອນເຊົ້າວັນທີ 9 ທັນວາ ຢູ່ ຫໍປະຊຸມສະພາແຫ່ງຊາດ ໄດ້ຈັດພິທີໄຂກອງປະຊຸມຄັ້ງທີ 51 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ. 
'
ໄຂກອງປະຊຸມຄັ້ງທີ 51 ຂອງ ຄະນະປະຈຳສະພາແຫ່ງຊາດ  (ພາບ: quochoi.vn)
      ໂດຍດຳເນີນພາຍໃນ 3 ວັນແຕ່ວັນທີ 9 ຫາວັນທີ 11 ທັນວາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະປະກອບຄຳເຫັນຕໍ່ການປັບປຸງ, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ); ພິຈາລະນາ, ຮັບຮອງເອົາຮ່າງລັດຖະບັນຍັດວ່າດ້ວຍການໃຫ້ບຸລິມະສິດແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ (ສະບັບປັບປຸງ)… ໃນກອງປະຊຸມຄັ້ງທີ 51, ຄະນະປະຈຳສະພາແຫ່ງຊາດ ກໍພິຈາລະນາ, ປະກອບຄຳເຫັນກ່ຽວກັບການສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 10 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບວຽກງານກະກຽມແກ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມຊຸດທີ 14; ຕີລາຄາໝາກຜົນການປະຕິບັດໂຄງການເຄື່ອນໄຫວໃນວຽກງານການຕ່າງປະເທດ, ການຮ່ວມມືສາກົນ ປີ 2020; ພິຈາລະນາ, ຮັບຮອງເອົາໂຄງການເຄື່ອນໄຫວວຽກງານການຕ່າງປະເທດປີ 2021 ຂອງ ຄະນະປະຈຳສະພາແຫ່ງຊາດ; ວຽກງານກະກຽມແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021 – 2026…
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top