• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ເປີດກວ້າງ

      ຕອນບ່າຍວັນທີ 10 ມັງກອນ, ຢູ່ນະຄອນດ່າໜັງ ໄດ້ດໍາເນີນພິທີໄຂກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADSOM + WG) ດ້ວຍການເຂົ້າຮ່ວມຂອງຜູ້ແທນ 120 ຄົນ ທີ່ມາຈາກ 10 ປະເທດ ອາຊຽນ ແລະ 8 ປະເທດ ຄູ່ຮ່ວມມື, ເຈລະຈາ.

ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ   ກ່າວຄໍາເຫັນທີ່ພິທີໄຂ (ພາບ: TTXVN)
      ກອງປະຊຸມ ADSOM + WG ມີໜ້າທີ່ກະກຽມ, ສ້າງເອກະສານສະບັບຕ່າງໆ ແລະ ເນື້ອໃນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 7 ເພື່ອລາຍງານຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADSOM +) ເຊິ່ງຈະຈັດຕັ້ງຢູ່ຮ່າໂນ້ຍໃນເດືອນສິງຫາ ປີ 2020.
        ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະ 10 ປີ ຈະມາເຖິງ ຫຼື ຍາວໄກກວ່ານັ້ນອີກ ບັນຫາທີ່ວາງອອກແມ່ນ ເຮັດແນວໃດ ເພື່ອເສີມຂະຫຍາຍໄດ້ປະສິດທິຜົນຂອງກົນໄກການຮ່ວມມືໃນອາຊຽນ ແລະ ທາງນັ້ນ ແມ່ນຮັກສາໄດ້ບົດບາດໃຈກາງຂອງ ອາຊຽນ.  ຫວຽດນາມ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມຂອງປະເທດທີ່ເປັນປະທານ ອາຊຽນ ກ່ອນນີ້ ແລະ ຢັ້ງຢືນວ່າ ບັນດາເນ້ື້ອໃນເຊິ່ງຫວຽດນາມ ຊຸກຍູ້ໃນປີ 2020 ນັ້ນ ລ້ວນແຕ່ແມ່ນເພື່ອຜົນປະໂຫຍດລວມຂອງ ອາຊຽນ.  ຄວາມສໍາເລັດຂອງຫວຽດນາມ ກໍແມ່ນຄວາມສໍາເລັດລວມຂອງທັງ ອາຊຽນ.
        ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADSOM + WG) ຈະດໍາເນີນໃນວັນທີ 10 – 12 ມັງກອນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top