ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ ໄດ້ດໍາເນີນກົງກັບໄລຍະກາງສະໄໝຂອງຊຸດທີ 12. ເນື້ອໃນຂອງກອງປະຊຸມ ລວມມີຫຼາຍບັນຫາສໍາຄັນ ແລະ ມີສ່ວນກ່ຽວຂ້ອງໂດຍກົງ ເຖິງການຊີ້ນໍາ, ນໍາພາໃນການປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການກໍ່ສ້າງພັກປອດໃສ, ໝັ້ນຄົງເຂັ້ມແຂງ ໂດຍກອງປະຊຸມໃຫຍ່ຊຸດທີ 12 ໄດ້ວາງອອກ ຢ່າງມີໄຊ ແລະ ກະກຽມໃຫ້ແກ່ການຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຢ່າງສໍາເລັດຜົນ.
ສໍາລັບ ດ້ານເສດຖະກິດ-ສັງຄົມ, ການເງິນ-ງົບປະມານແຫ່ງລັດ ປີ 2018 – 2019, ທ່ານເລຂາທິການໃຫຍ່ ສະເໜີີໃຫ້ບັນດາກໍາມະການ ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ຮອບດ້ານ ສະພາບການ ເສດຖະກິດ-ສັງຄົມ, ການເງິນ-ງົບປະມານແຫ່ງລັດ ໃນ 9 ເດືອນຕົ້ນປີ, ແຜນຮອດທ້າຍປີ 2018 ແລະ ຕີລາຄາໄລຍະກາງສະໄໝ ກ່ຽວກັບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ແຜນການເງິນ-ງົບປະມານແຫ່ງລັດ ແລະ ແຜນການລົງທຶນສາທາລະນະໄລຍະກາງ 2016 – 2020.
ກ່ຽວກັບການສະຫຼຸບ 10 ປີ ແຫ່ງການປະຕິບັດມະຕິວ່າດ້ວຍຍຸດທະສາດກ່ຽວກັບທະເລຫວຽດນາມ ຮອດປີ 2020, ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ເລື່ອງສະເໜີຕໍ່ສູນກາງພັກ ພິຈາລະນາ, ປະກາດໃຊ້ມະຕິສະບັບໃໝ່ ກ່ຽວກັບຍຸດທະສາດເສດຖະກິດທະເລຫວຽດນາມ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ເຊິ່ງມີສາຍພົວພັນຢ່າງແໜ້ນແຟ້ນກັບບັນດາບັນຫາຂອງພື້ນຖານເສດຖະກິດຂອງປະເທດຊາດທັງໝົດ, ສະນັ້ນ, ຄວນໄດ້ໂຄສະນາເຜີຍແຜ່, ເຊື່ອມຊຶມຢ່າງເລິກເຊິ່ງກວ້າງຂວາງໃນທົ່ວລະບົບການເມືອງ ແລະ ປະຊາຊົນທຸກຊັ້ນວັນນະ, ຕາມນັ້ນແລ້ວ ກໍຍົກສູງສະຕິຮັບຮູ້, ຄວາມຮັບຜິດຊອບຂອງທົ່ວສັງຄົມເຂົ້າໃນການຄຸ້ມຄອງ, ຂຸດຄົ້ນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທະເລຫວຽດນາມ ຢ່າງມີປະສິດທິຜົນ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ກົມການເມືອງ, ຄະນະບໍລິຫານງານສູນກາງພັກ ຈະພິຈາລະນາ, ຕັດສິນເລື່ອງປະກາດໃຊ້ຂໍ້ກໍານົດ ກ່ຽວກັບໜ້າທີ່ຄວາມຮັບຜິດຊອບທີ່ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ. ທ່ານກ່າວວ່າ:
“ເພື່ອສືບຕໍ່ຍູ້ແຮງການຍົກສູງໜ້າທີ່ຄວາມຮັບຜິດຊອບທີ່ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນກໍາມະການກົມການເມືອງ, ກໍາມະການຄະນະເລຂາ, ກໍາມະການຄະນະບໍລິຫານງານສູນກາງພັກ, ກົມການເມືອງ ໄດ້ມີຄວາມເຫັນດີເປັນເອກະພາບສູງໃນການສະເໜີແນະມາຍັງ ຄະນະບໍລິຫານງານສູນກາງພັກ ພິຈາລະນາ, ປະກາດໃຊ້ ຂໍ້ກໍານົດສະບັບໃໝ່ ກ່ຽວກັບບັນຫາດັ່ງກ່າວ. ເນື້ອໃນຂອງຂໍ້ກໍານົດ ຄວນມີເນື້ອໃນລະອຽດ, ເຂົ້າໃຈງ່າຍ, ຈື່ຈໍາໄດ້ງ່າຍ ແລະ ຕິດຕາມກວດກາໄດ້ງ່າຍ. ຮ່າງຂໍ້ກໍານົດ ໄດ້ລະບຸ 9 ເນື້ອໃນ ໂດຍຮຽກຮ້ອງໃຫ້ ກໍາມະການກົມການເມືອງ, ກໍາມະການຄະນະເລຂາ, ກໍາມະການຄະນະບໍລິຫານງານສູນກາງພັກ ຕ້ອງເປັນແບບຢ່າງນໍາໜ້າປະຕິບັດ”.
ພາຍຫຼັງວາລະໄຂກອງປະຊຸມ, ໂດຍພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ກອງປະຊຸມໄດ້ຮັບຟັງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ອ່ານໃບສະເໜີຂອງຄະນະກຳມະການພັກລັດຖະບານ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2018; ແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2019; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ອ່ານໃບສະໜີຂອງກົມການເມືອງ ກ່ຽວກັບການສະຫຼຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 4, ຊຸດທີ 10 ກ່ຽວກັບຍຸດທະສາດທະເລຫວຽດນາມ ຮອດປີ 2020”; ທ່ານ ຟ້າມມິນຈິງ ຫົວໜ້າຄະນະຈັດຕັ້ງສູນກາງ ອ່ານໃບສະເໜີຂອງກົມການເມືອງ ກ່ຽວກັບ ຂໍ້ກໍານົດໜ້າທີ່ຄວາມຮັບຜິດຊອບທີ່ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນ ກໍາມະການກົມການເມືອງ, ກໍາມະການຄະນະເລຂາ, ກໍາມະການຄະນະບໍລິຫານງານສູນກາງພັກ;ໃບສະເໜີຂອງກົມການເມືອງກ່ຽວກັບເລື່ອງສ້າງຕັ້ງບັນດາອະນຸກໍາມະການກະກຽມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ .
ຕອນບ່າຍຂອງວັນດຽວກັນ, ສູນກາງພັກ ໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2018; ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2019.
(ແຫຼ່ງຄັດຈາກ VOV)