• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂອ​ກາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ ສິງ​ກະ​ໂປ

ຫວຽດນາມ ແລະ ສິງກະໂປ ມີສາຍພົວພັນຮ່ວມມືດ້ານເສດຖະກິດຢ່າງແໜ້ນແຟ້ນ ດ້ວຍກອບນິຕິກຳທີ່ຄົບຖ້ວນ ແລະ ນັບມື້ນັບສົມບູນແບບ ເຊິ່ງລວມທັງ ຂໍ້ຕົກລົງ, ສັນຍາສອງຝ່າຍ ແລະ ໃນຂອບເຂດບັນດາສັນຍາການຄ້າຫຼາຍຝ່າຍ, ອັນໄດ້ສ້າງກົນໄກທີ່ສະດວກໃຫ້ບັນດາວິສາຫະກິດຊອກຫາໂອກາດລົງທຶນ, ຮ່ວມມືດຳເນີນທຸລະກິດ.
(ພາບປະກອບ: VGP)

ວັນທີ 02 ກໍລະກົດ 2021, ເວທີປາໄສວິສາຫະກິດ ສິງກະໂປ (SBF) ໄດ້ຈັດຕັ້ງເຫດການ FYIstival The Asean Edition ດ້ວຍຫົວຂໍ້ “ໂອກາດ ແລະ ແງ່ຫວັງການເຕີບໂຕຂອງ ຫວຽດນາມ 2021” ພາຍໃຕ້ຮູບການທາງອອນລາຍ ເພື່ອແນໃສ່ສະໜອງຂໍ້ມູນພື້ນຖານກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ພ້ອມດ້ວຍບັນດານະໂຍບາຍບຸລິມະສິດ ເພື່ອດຶງດູດການລົງທຶນຕ່າງປະເທດຂອງ ຫວຽດນາມ ໃຫ້ແກ່ປະຊາຄົມວິສາຫະກິດ ສິງກະໂປ. ກ່າວຄຳເຫັນໃນເຫດການດັ່ງກ່າວ, ທ່ານນາງຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນທິບິກງອກ ໄດ້ຊົມເຊີນ ແລະ ຕີລາຄາສູງຕໍ່ຂໍ້ລິເລີ່ມ FYIstival ຂອງ SBF, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພວມແມ່ນສະຖານທີ່ລົງທຶນຂອງຫຼາຍກວ່າ 140 ປະເທດ  ແລະ ເຂດແຄວ້ນ. ສິງກະໂກ ແມ່ນນັກລົງທຶນໃຫຍ່ອັນດັບທີ 3 ຢູ່ ຫວຽດນາມ ແຕ່ ໄດ້ບືນຕົວຂຶ້ນ ແລະ ນຳໜ້າໃນເດືອນມິຖຸນາ ປີ 2021 ດ້ວຍຍອດເງິນລົງທຶນລວມທັງໝົດປະມານ 5,64 ຕື້ USD. ຫວຽດນາມ ແລະ ສິງກະໂປ ມີສາຍພົວພັນຮ່ວມມືດ້ານເສດຖະກິດຢ່າງແໜ້ນແຟ້ນ ດ້ວຍກອບນິຕິກຳທີ່ຄົບຖ້ວນ ແລະ ນັບມື້ນັບສົມບູນແບບ ເຊິ່ງລວມທັງ ຂໍ້ຕົກລົງ, ສັນຍາສອງຝ່າຍ ແລະ ໃນຂອບເຂດບັນດາສັນຍາການຄ້າຫຼາຍຝ່າຍ, ອັນໄດ້ສ້າງກົນໄກທີ່ສະດວກໃຫ້ບັນດາວິສາຫະກິດຊອກຫາໂອກາດລົງທຶນ, ຮ່ວມມືດຳເນີນທຸລະກິດ.

        ທ່ານເອກອັກຄະທູດ ສິງກະໂປ ປະຈໍາ ຫວຽດນາມ Jaya Ratnam ກໍຖືວ່າ ການສຶກສາບຳລຸງສ້າງ, Fintech, ກະເປົ່າເງິນເອເລັກໂຕນິກ, ການຄ້າເອເລັກໂຕນິກ… ແມ່ນບັນດາຂົງເຂດ ແລະ ອາຊີບທີ່ມີໂອກາດຄວາມສາມາດບົ່ມຊ້ອນຫຼາຍທີ່ສຸດ ສຳລັບບັນດາວິສາຫະກິດລົງທຶນຂອງ ສິງກະໂປ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top