ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ
ໃນອາທິດຜ່ານມາ, ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນດວງໃຈ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບໝາກຜົນຂອງການປະກວດ “ສຽງເພງ ອາຊຽນ + 3” ແລະ ບັນດາການເຄື່ອນໄຫວຂອງນັກຮ້ອງ ອາຊຽນ ຢູ່ ຫວຽດນາມ. ຂໍຂອບໃຈ.
ໃນອີແມວສົ່ງເຖິງລາຍການ, ເພື່ອນ ບຸນມີ, ເພື່ອນ ແອນລີ, ເພື່ອນ ຊາຍຊົງ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ປາໂນສອນ ແຂວງ ຜົ້ງສາລີ ຂຽນວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7/9/1945 – 7/9/2017) ພວກຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາພະນັກງານ, ນັກຂ່າວ, ນັກເຕັກນິກລຸ້ນຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດເວົ້າສະເພາະ, ອວຍພອນໃຫ້ພວກເພື່ອນມີພະລານາໄມສົມບູນ, ມີຄວາມຜາສຸກ, ສຳເລັດໜ້າທີ່ເຊິ່ງໄດ້ຮັບການມອບໝາຍເປັນຢ່າງດີ, ມີບັນດາລາຍການມ່ວນໆ, ດູດດື່ມ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ”ເພື່ອນ ບຸນມີ, ເພື່ອນ ແອນລີ, ເພື່ອນ ຊາຍຊົງ ແລະ ເພື່ອນ ປາໂນສອນ ທີ່ຮັກແພງ! ພວກຂ້າພະເຂົ້າຂໍຂອບໃຈບັນດາຄຳອວຍພອນອັນດີງາມທີ່ສຸດ ເຊິ່ງພວກເພື່ອນໄດ້ສະຫງວນໃຫ້ພະນັກງານ, ນັກຂ່າວ, ນັກເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດເວົ້າສະເພາະ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີ ເພື່ອມີບັນດາລາຍການທັງມ່ວນທັງສ້າງຄວາມດູດດຶ່ມໃຫ້ທ່ານຜູ້ຟັງຜູ້ອ່ານພາຍໃນປະເທດ ແລະ ຕ່າງປະເທດກ່ວາອີກ. ຂໍຂອບໃຈ.
ສ່ວນໃນອີແມວສົ່ງມາຍັງລາຍການຂອງເພື່ອນ ແກ້ວດວງໃຈ ຢູ່ແຂວງ ສາລະວັນຂ ຽນວ່າ: “ໃນຊຸມວັນຕົ້ນເດືອນ ກັນຍາ, 2 ປະເທດ ຫວຽດນາມ ແລະ ລາວ ພວມຈັດຕັ້ງບັນດາການເຄື່ອນໄຫວຢ່າງຄຶກຄື້ນມ່ວນຊື່ນ ເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05/09/1962 –05/09/2017). ດັ່ງນັ້ນ ຂ້າພະເຈົ້າຢາກເຂົ້າໃຈຕື່ມອີກ ກ່ຽວກັບບັນດາການເຄື່ອນໄຫວທີ່ໄດ້ຈັດຕັ້ງຢູ່ ລາວ ກໍ່ຄືຢູ່ ຫວຽດນາມ? ຂໍຂອບໃຈ”.

ສະຖານທູດ ຫວຽດນາມ ໄດ້ຈັດຕັ້ງລານການສິລະປະ
ເພື່ອນ ແກ້ວດວງໃຈ ທີ່ຮັກເພງ! ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017), ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບການພົວພັນມິດຕະພາບມທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ໃນຕະຫລອດ 55 ປີຜ່ານມາ, ເຖິງວ່າ ສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫລາຍຢ່າງກໍ່ຕາມ ແຕ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຍັງຄົງນັບມື້ນັບຜູກພັນກັນຢ່າງສະໜິດແໜ້ນ, ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ບັນລຸໄດ້ປະສິດທິຜົນແທດຈິງ. ພ້ອມກັບການຮ່ວມມືໃນຂອບເຂດ 2 ຝ່າຍ, ການພົວພັນ ຫວຽດນາມ - ລາວ ຍັງສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງແຕ່ລະປະເທດຢູ່ພາກພື້ນ ແລະ ສາກົນ.
ແລະກໍ່ໃນຕອນຄ່ຳວັນທີ 4 ກັນຍາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ສະຖານທູດ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງຢ່າງສົມກຽດ ເພື່ອຂ່ຳນັບຮັບຕ້ອນ 72 ປີແຫ່ງວັນຊາດ ຫວຽດນາມ (02/09/1945 – 02/09/2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ. ໃນບັນຍາກາດທີ່ອົບອຸ່ນ, ເຕັມໄປດ້ວຍນ້ຳໃຈມິດຕະພາບ, ບັນດາແຂກທີ່ຮັກແພງ ແລະ ບັນດາຜູ້ແທນ ໄດ້ພ້ອມກັນຮັບຊົມລາຍການສະແດງສິລະປະ ໂດຍກອງສິລະປະກອນທະຫານເຂດ 7 ກອງທັບປະຊາຊົນ ຫວຽດນາມ ສະແດງ ດ້ວຍບັນດາວາດຟ້ອນ, ບົດເພງທີ່ຍ້ອງຍໍປະເທດຊາດ, ປະຊາຊົນ, ຍ້ອງຍໍນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນ 2 ປະເທດ; ພ້ອມກັນເຈືອຈານເຂົ້າໃນບັນຍາກາດຟ້ອນລຳວົງຂອງປະເທດ ລ້ານຊ້າງ ທີ່ສວຍງາມ. ນອກນັ້ນ, ໃນຕອນເຊົ້າວັນທີ 5 ກັນຍາ, ຄະນະຜູ້ແທນກອງສິລະປະກອນກອງທັບປະຊາຊົນ ລາວ ກໍ່ໄດ້ເດີນທາງໄປເຖິງສະໜາມຫລວງ ໂຮ່ຈີມິນ ຢູ່ນະຄອນ ວິງ, ແຂວງ ເງະອານ ຈັດຕັ້ງພິທີຖະຫວາຍທູບທຽນດອກໄມ້ ອາໄລຫາປະທານ ໂຮ່ຈີມິນ.ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.
(ແຫຼ່ງຄັດຈາກ VOV)