• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂສມ ງອັກລິງ ສ້າງຂີດໝາຍປະຫວັດສາດໃໝ່ໃຫ້ແກ່ຂະແໜງຢາສະໝູນໄພ ຫວຽດນາມ

      ຕອນເຊົ້າວັນທີ 20 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າໄຂງານວາງສະແດງ ມໍລະດົກວັດທະນະທຳ, ໂສມ ງອັກລິງ ກອນຕູມ - ສິນປະເສີດໃນເຂດພູຜາປ່າໄມ້ ທີ່ໃຫຍ່ໂຕມະໂຫຖານຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ, ຮ່າໂນ້ຍ.

ພິທີຕັດແຖບຜ້າໄຂງານວາງສະແດງ “ມໍລະດົກວັດທະນະທຳ, ໂສມ ງອັກລິງ ກອນຕູມ" (ພາບ: VGP)
      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງແນວຄວາມຄິດ, ການສົມທົບຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ກອນຕູມ ໃນເລື່ອງນຳມໍລະດົກວັດທະນະທຳ, ຜະລິດຕະພັນພິເສດທຂອງແຂວງ ໃນນັ້ນມີໂສມ ງອັກລິງ ມາວາງສະແດງຢູ່ນະຄອນຫລວງ ຮ່າໂນ້ຍ ໃນຊຸມວັນຕົ້ນປີໃໝ່ 2019 ນີ້.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງເລືອກເອົາຫໍພິພິທະພັນປະຫວັດສາດແຫ່ງຊາດ ເພື່ອຈັດຕັ້ງເຫດການນີ້, ຍ້ອນວ່າ ແຫ່ງນີ້ແມ່ນບ່ອນສະສົມຮັກສາບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ກົກເຄົ້າເຫງົ້າກໍຂອງປະເທດຊາດ, ແມ່ນບ່ອນທີ່ເພື່ອນມິດສາກົນ, ປະມູກລັດບັນດາປະເທດ, ນັກທຸລະກິດ, ນັກລົງທຶນ, ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ. ກໍ່ຄືໂສມ ງອັກລິງ ແມ່ນ “ສິນປະເສີດຂອງຊາດ” ສິ່ງຍອດຢ້ຽມໂດຍດິນຟ້າດົນບັນດານໃຫ້, ດັ່ງນັ້ນ ຄວນອະນຸລັກຮັກສາ, ພັດທະນາໂສມ ງອັກລິງ  ກາຍເປັນແຫຼ່ງປະໂຫຍດໃຫ້ແກ່ປະຊາຊົນ ແລະ ປະເທດຊາດ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top