• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid – 19: ໂລກມີຜູ້ຕິດເຊື້ອພະຍາດ Covid – 19ກ່ວາ 9,1 ລ້ານຄົນ

      ຕາມການອັບເດັດໃນເວລາ 6 ໂມງເຊົ້າວັນທີ 23 ມິຖຸນາ (ຕາມເວລາຫວຽດນາມ) ຂອງ ເວັບໄຊສະຖິຕິທົ່ວໂລກ Worldmeter.info ແລ້ວ, ໂລກໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອ Covid – 19 ແມ່ນ 9.170.424 ຄົນ, ໃນນັ້ນມີ 473.268 ຄົນເສຍຊີວິດ. 

ພະນັກງານການແພດສົ່ງສົບຂອງຜູ້ຕິດເຊື້ອພະຍາດ Covid - 19 (ພາບ: TTXVN)
      ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອລາຍໃໝ່ຕື່ມອີກ ແມ່ນ 128.524 ຄົນ ແລະ ມີຈຳນວນຜູ້ເສຍຊີວິດໃໝ່ຕື່ມອີກແມ່ນ 3.664 ຄົນ.  ບັນຊີລາຍຊື່ 10 ປະເທດທີ່ມີຈຳນວນຜູ້ຕິດເຊື້ອ Covid – 19 ຫຼາຍທີ່ສຸດໃນໂລກແມ່ນ: ອາເມລິກາ, ບຣາຊິນ, ລັດເຊຍ, ອິນເດຍ, ອັງກິດ, ແອັດສປາຍ, ເປຣູ, ຈີເລ, ອີຕາລີ ແລະ ອີຣານ.
        ມາຮອດປັດຈຸບັນ, ອາເມລິກາໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອ Covid – 19 ເພີ່ມຂຶ້ນເຖິງ 2.386.201 ຄົນ ແລະ ມີ 122.591 ຄົນເສຍຊີວິດ. ຖັດມາແມ່ນບຣາຊິນດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.106.470 ຄົນແລະ 51.271 ຄົນເສຍຊີວິດ. ຖັດຈາກເອີລົບ, ທະວີບອາເມລິກາ ກາຍເປັນຈຸດຮ້ອນເຮັ່ງຂອງໂລກລະບາດ Covid – 19 ແຖວໜ້າໂລກໃນປັດຈຸບັນ. ສ່ວນຢູ່ອາຊີ, ອິນເດຍ ກາຍເປັນສະຖານທີ່ເກີດໂລກລະບາດ Covid – 19 ອັນດັບທີ 1 ຂອງພາກພື້ນນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top